ອີຢູແລະກຸຍບາກຳນົດຈຸດເວລາເຊື່ອມຕໍ່ການເຈລະຈາ

ອີຢູແລະກຸຍບາກຳນົດຈຸດເວລາເຊື່ອມຕໍ່ການເຈລະຈາ - ảnh 1
(ພາບ​ປະ​ກອບ)

(vovworld) –​ ສະ​ຫະ​ພາບ​ເອີ​ລົບ (ອີ​ຢູ) ຈະ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ກ່​ຽວ​ກັບ​ການ​ຫັນ​ການ​ພົວ​ພັນ​ກັບ​ກຸຍ​ບາ ເປັນ​ປົກ​ກະ​ຕິ ໃນ​ສັບ​ປະ​ດາ​ຈະ​ມາ​ເຖິງ ແລະ 2 ຝ່າຍ​ອາດ​ຈະ​ຍົກ​ອອກ​ຂໍ້​ຕົກ​ລົງ​ຮ່ວມ​ມື. ໂດຍລະ​ອຽດ​ແມ່ນ, ບັນ​ດາ​ນັກ​ເຈ​ລະ​ຈາ​ຂອງ 2 ຝ່າຍ​ຈະ​ຈັດ​ກອງ​ປະ​ຊຸມ​ຢູ່​ນະ​ຄອ​ນ La Habana, ປະ​ເທດ​ກຸຍ​ບາ ໃນ​ວັນ​ທີ 03 – 04/03 ເພື່ອ​ເຂົ້າ​ຮ່ວມ​ຮອບ​ເຈ​ລະ​ຈ​າ​ຄັ້ງ​ທີ 7. ບັນ​ດາ​ການ​ເຈ​ລະ​ຈາ​ໂ​ດຍທ່ານ​ຫົວ​ໜ້າ​ຄະ​ນະ​ເຈ​ລະ​ຈາ​ຂອງ​ອີ​ຢູ Christian Leffler ແລະ ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ກຸຍ​ບາ Abelardo Moreno ເປັນ​ປະ​ທານ.

      ການ​ພົ​ວ​ພັນ​ລະ​ຫວ່າງ​ກຸຍ​ບາ ແລະ ອີ​ຢູ ເຄັ່ງ​ຕຶງ​ຂຶ້ນ​ຕື່ມ ພາຍ​ຫຼັງ​ອີ​ຢູ ຈັດ​ວາງ​ບັນ​ດາ​ຂໍ​້​ກຳ​ນົດ​ສະ​ກັດ​ກັ້ນ​ການ​ພົວ​ພັນ​ດ້ານ​ກາ​ນ​ຄ້າ ແລະ ການ​ທູດ​ກັບ​ກຸຍ​ບາ ເມື່​ອ​ປີ 1996. ປີ 2003, ອີ​ຢູ ຢຸ​ດ​ຕ​ິ​ການ​ພົວ​ພັນ​ກັບ​ກຸຍ​ບາ ຢ່າງ​ເປັນ​ທາງ​ການ.

ຂ່າວ/ບົດ​ອື່ນ