ອີຢູແລະຟີລິບປີນເຫັນດີດຳເນີນການເຈລະຈາFTA

ອີຢູແລະຟີລິບປີນເຫັນດີດຳເນີນການເຈລະຈາFTA - ảnh 1
(ພາບ​ປະ​ກອບ: rappler)

(vovworld) - ທ່ານກຳ​ມະ​ການ​ເອີ​ລົບ ຜູ້ຮັບ​ຜິດ​ຊອບ​ດ້ານ​ກາ​ນ​ຄ້າ Cecilia Malmstrom ແລະ ລັດ​ຖະ​ມົນ​ຕີ​ການ​ຄ້າ​ຂອງ​ຟິ​ລິບ​ປີນ Gregoy Domingo ໄດ້​ເຫັນ​ດີ​ດຳ​ເນີນ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ສັນ​ຍາ​ການ​ຄ້າ​ເສ​ລີ (FTA). ນ​ີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ບາດ​ກ້າວ​​ສຳ​ຄັນ​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ອີ​ຢູ ​ກັບ ຟິ​ລິບ​ປີນ, ກໍ​ຄື​ເປັນ​​ຫຼັກ​ກ​ານກ່ຽວ​ກັບ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ອີ​ຢູ ສຳ​ລັບ​ເຂດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ໃນ​ຖະ​ແຫຼງ​ການ​ໜື່ງ, ອີ​ຢູ ໃຫ້​ຮູ້​ວ່າ 2 ຝ່າຍ​ລ້ວ​ນ​ແຕ່​ປາດ​ຖະ​ໜາ​ຢາກ​ບັນ​​ລຸ​ໄດ້​ຂໍ້​ຕົກ​ລົງ​ລວມ​ດ້ວຍ​ບັນ​ຫາ​ຕ່າງໆ, ໃນ​ນັ້ນ​ມີ​ການ​ຍົກ​ເລີກ​ພາ​ສີ​ອາ​ກອນ ແລະ ບັນ​ດາ​ຮົ້ວ​ກີດ​ຂວາງ​ອື່ນໆ​ສຳ​ລັບ​ດ້ານ​ການ​ຄ້າ, ການ​ບໍ​ລິ​ການ ແລະ ການ​ລົງ​ທຶນ… ຮອບ​ເຈ​ລະ​ຈາ​ຄັ້ງ​ທຳ​ອິດ​ຄາດ​ວ່າ ຈະ​ດຳ​ເນີນ​ໃນ​​ຕົ້​ນປີ 2016 ຢູ່ຟິ​ລິບ​ປີນ.

ຂ່າວ/ບົດ​ອື່ນ