ອີຢູແລະຫວຽດນາມຈະລົງນາມ FTA ໃນວັນທີ 30 ມິຖຸນາຈະມາເຖິງຢູ່ຮ່າໂນ້ຍ

(VOVWORLD) -ວັນທີ 26 ມິຖຸນາ, ສະພາເອີລົບ ໄດ້ແຈ້ງຄວາມເຫັນດີຕໍ່ສັນຍາ 2 ສະບັບຢ່າງເປັນທາງການລະຫວ່າງສະຫະພາບເອີລົບ (ອີຢູ) ແລະ ຫວຽດນາມ ກ່ຽວກັບສັນຍາຄ້າເສລີ (EVFTA) ແລະ ສົນທິສັນຍາອາລັກຂາການລົງທຶນ (EVIPA), ພ້ອມທັງມອບໃຫ້ຄະນະກຳມະການເອີລົບ ລົງນາມກັບຫວຽດນາມ ໃນວັນທີ 30 ມິຖຸນາ ຈະມາເຖິງ.

ເມື່ອ EVFTA ເລີ່ມມີຜົນສັກສິດ, 99% ຈຳນວນພາສີອາກອນສຳລັບສິນຄ້າທີ່ແລກປ່ຽນລະຫວ່າງ 2 ຝ່າຍຈະໄດ້ລົບລ້າງ, ຫວຽດນາມ ກໍ່ຈະຍົກເລີກ 65% ພາສີນຳເຂົ້າສຳລັບສິນຄ້າສົ່ງອອກຂອງອີຢູ. ສ່ວນພາສີທີ່ຍັງເຫຼືອຈະຄ່ອຍໆລົບລ້າງໃນຮອບເວລາ 10 ປີຕໍ່ໄປ. ນອກຈາກເລື່ອງນຳມາເຊິ່ງບັນດາກາລະໂອກາດດ້ານເສດຖະກິດທີ່ສຳຄັນແລ້ວ, EVFTA ກໍ່ຮັບປະກັນວ່າ ການຄ້າ, ການລົງທຶນ ແລະ ການພັດທະນາແບບຍືນຍົງ ຍາມໃດກໍ່ຮ່ວມເດີນທາງພ້ອມກັນ. ໃນຂະນະນັ້ນ, EVIPA ຈະຊ່ວຍປົກປ້ອງ ແລະ ເພີ່ມທະວີການລົງທຶນຂອງອີຢູ ເຂົ້າຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ