ອີຢູແລະອັງກິດ ສືບຕໍ່ປະລາໄຊໃນຮອບເຈລະຈາຄັ້ງທີ 3 ກ່ຽວກັບຂໍ້ຕົກລົງພາຍຫຼັງ Brexit

(VOVWORLD) -ທັງອັງກິດ ແລະ ສະຫະພາບເອີລົບ (ອີຢູ) ລ້ວນແຕ່ສະແດງຄວາມຜິດຫວັງຍ້ອນບໍ່ມີທາງອອກໃນການເຈລະຈາຄັ້ງທີ 3 ລະຫວ່າງອີຢູ ແລະ ອັງກິດ ກ່ຽວກັບຂໍ້ຕົກລົງພາຍຫຼັງ Brexit, ເຊິ່ງຫາກໍ່ສິ້ນສຸດລົງໃນວັນທີ 15 ພຶດສະພານັ້ນ.

ຕອນບ່າຍວັນທີ 15 ພຶດສະພາ, ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ບຣຸກແຊນ, ພາຍຫຼັງສິ້ນສຸດຮອບເຈລະຈາຄັ້ງທີ 3 ດັ່ງກ່າວ, ທ່ານ Michel Barnier, ຫົວໜ້າຄະນະເຈລະຈາຝ່າຍອີຢູ ໃຫ້ຮູ້ວ່າ, 2 ຝ່າຍບໍ່ບັນລຸໄດ້ຄວາມຄືບໜ້າໃນບັນດາບັນຫາຫຼັກແຫຼ່ງ ແລະ ດ້ວຍໄລຍະທາງຄືໃນປະຈຸບັນ, ອີຢູ ແລະ ອັງກິດ ມີອາດຈະສິ້ນສຸດບັນດາການເຈລະຈາໃນປີນີ້ ແຕ່ບໍ່ບັນລຸໄດ້ຂໍ້ຕົກລົງໃດໆ. ຕາມທ່ານ Michel Barnier, ສາຍເຫດແມ່ນຍ້ອນຝ່າຍອັງກິດ ຢາກໄດ້ຮັບຜົນປະໂຫຍດຈາກຕະຫຼາດເອີລົບ ແຕ່ບໍ່ຢາກປະຕິບັດບັນດາຂໍ້ກຳນົດຂອງກຸ່ມນີ້.

        ສ່ວນຝ່າຍອັງກິດ, ທ່ານ David Frost, ຫົວໜ້າຄະນະເຈລະຈາຂອງອັງກິດ ກໍ່ຍອມຮັບວ່າ, 2 ຝ່າຍບໍ່ບັນລຸໄດ້ຄວາມຄືບໜ້າໃດໃນຂໍ້ຕົກລົງສຳຄັນຄື: ຂໍ້ຕົກລົງວ່າດ້ວຍອາຊີບຫາປາ, ເລື່ອງອັງກິດ ປະຕິບັດບັນດາກົດລະບຽບ ແລະ ມາດຕະຖານຂອງເອີລົບ ຫຼື ບໍ່…

        ຕາມແຜນການ, 2 ຝ່າຍຍັງຈະດຳເນີນການເຈລະຈາອີກຮອບໜຶ່ງໃນຕົ້ນເດືອນ ມິຖຸນາ, ກ່ອນທີ່ບັນດາປະມຸກລັດອີຢູ ຈະຈັດກອງປະຊຸມສຸດຍອດໃນທ້າຍເດືອນ ມິຖຸນາ ເພື່ອພິຈາລະນາກ່ຽວກັບບາດກ້າວພັດທະນາໃນການເຈລະຈາ, ພ້ອມກັນນັ້ນ ອັງກິດ ກໍ່ຕ້ອງຍົກອອກຂໍ້ຕົກລົງວ່າ ຈະຕໍ່ກຳນົດເວລາໄລຍະຂ້າມຜ່ານ Brexit ຕາມການຄາດຄະເນແລ້ວແມ່ນຈະສິ້ນສຸດໃນວັນທີ 31 ທັນວາ 2020 ຫຼືບໍ່.

ຕອບກັບ

ຂ່າວ/ບົດ​ອື່ນ