ອີຢູໃຫ້ສັດຕະຍາບັນຍຸດທະສາດການປ້ອງກັນຄວາມສະຫງົບຢູ່ທະເລ

ອີຢູໃຫ້ສັດຕະຍາບັນຍຸດທະສາດການປ້ອງກັນຄວາມສະຫງົບຢູ່ທະເລ - ảnh 1
ພາບປະກອບ:internet


(vovworld)- ວັນ​ທີ 24/6, ສະພາ ​ເອີ​ລົບ ​ໄດ້​ໃຫ້​ສັດຕະຍາບັນ​ຍຸດ​ທະ​ສາດ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ຢູ່​ທະ​ເລ ຂອງ ສະຫະພາບ​ເອີ​ລົບ (ຫລື ອີ​ຢູ) ​ແລະ ຖື​ວ່າ ນີ້​ແມ່ນ​ຂອບ​ເຂດ​ສຳລັບ​ການ​ຮັບ​ມື​ຢ່າງ​ມີປະສິດ​ທິຜົນ ​ແລະ ຮອບດ້ານ​ກັບ​ບັນດາ​ສິ່ງ​ທ້າ​ທາຍ​ດ້ານຄວາມ​ສະຫງົບ​ປອດ​ໄພ​ຂອງ​ກຸ່ມ. ​ໃນ​ຖະ​ແຫລ​ງການ ພາຍຫລັງ​ກອງ​ປະຊຸມ​ລັດຖະມົນຕີ 28 ປະ​ເທດ​ສະມາຊິກ ອີ​ຢູ ຊື່​ງດຳ​ເນີນ​ໄປ​ຢູ່ ລຸກ​ຊຳ​ບວກ, ບັນດາ​ທ່ານ​ລັດຖະມົນຕີ ຊີ້​ແຈ້ງວ່າ: ຈຸດໝາຍ​ຂອງ​ຍຸດ​ທະ​ສາດ ​ແມ່ນ​ຮັບປະກັນ​ບັນດາ​ຜົນ​ປະ​ໂຫຍ​ດຄວາມ​ສະຫງົບ​ປ​ອດ​ໄພ​ຢູ່​ທະ​ເລ​ຂອງ ອີ​ຢູ ຕໍ່ຫນ້າສະພາບ​ແວດ​ລ້ອມ​ແຫ່ງ​ການ​ເດີນ​ທະ​ເລ ຖືກ​ນາບ​ຂູ່. ທ່ານ​ນາງ Catherine Ashton, ຜູ້ຕາງຫນ້າ​ຂັ້ນ​ສູງ ຮັບຜິດຊອບ​ການ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ນະ​ໂຍບາຍ​ການ​ຕ່າງປະ​ເທດ ອີ​ຢູ່ ​ເນັ້ນ​ຫນັກ​ວ່າ: ຍຸດ​ທະ​ສາດ​ນີ້ ຈະ​ຊ່ວຍ​ພວກ​ເຮົາ​ຊຸກຍູ້​ບັນດາ​ຜົນ​ປະ​ໂຫຍ​ດຄວາມ​ສະຫງົບ​ປອດ​ໄພ​ຢູ່​ທະ​ເລ​ຢ່າງ​ມີ​ປະສິດທິ​ຜົນ​ກວ່າ ກໍ​ຄື​ແບກ​ຫາບ​ບັນດາ​ຄວາມ​ຮັບຜິດຊອບ​ທົ່ວ​ໂລກ.

ຂ່າວ/ບົດ​ອື່ນ