ອີຣັກ: 14 ຄົນໄດ້ຮັບບາດເຈັບໃນເຫດລະເບີດແຕກຢ່າງລຽນຕິດຢູ່ແບັກແດດ

(VOVWORLD) -ມີລະເບີດ 4 ລູກໄດ້ແຕກຂຶ້ນຢູ່ນະຄອນຫຼວງ ແບັກແດດ ຂອງປະເທດນີ້ ໃນວັນທີ 07 ກັນຍາ, ເຮັດໃຫ້ 14 ຄົນໄດ້ຮັບບາດເຈັບ.

ອີຣັກ: 14 ຄົນໄດ້ຮັບບາດເຈັບໃນເຫດລະເບີດແຕກຢ່າງລຽນຕິດຢູ່ແບັກແດດ - ảnh 1

 (ພາບປະກອບ: Getty)

ເຈົ້າໜ້າທີ່ຄວາມໝັ້ນຄົງຂັ້ນສູງຂອງອີຣັກ ຜູ້ໜຶ່ງໃຫ້ຮູ້ວ່າ, ມີລະເບີດ 4 ລູກໄດ້ແຕກຂຶ້ນຢູ່ນະຄອນຫຼວງ ແບັກແດດ ຂອງປະເທດນີ້ ໃນວັນທີ 07 ກັນຍາ, ເຮັດໃຫ້ 14 ຄົນໄດ້ຮັບບາດເຈັບ. ບັນດາລະເບີດດັ່ງກ່າວແມ່ນແນໃສ່ບັນດາເມືອງມີຄົນໄປມາຢ່າງໜາແໜ້ນຢູ່ທິດຕາເວັນອອກ, ທິດໃຕ້, ທິດຕາເວັນຕົກ  ແລະ ໃຈກາງຂອງແບັກແດດ. ປະຈຸບັນ, ຍັງບໍ່ທັນມີກຳລັງໃດອອກມາຍອມຮັບວ່າຢືນຢູ່ເບື້ອງຫຼັງບັນດາເຫດບຸກໂຈມຕີດັ່ງກ່າວ. ບັນດາກຳລັງຄວາມໝັ້ນຄົງຂອງອີຣັກ ໄດ້ເພີ່ມທະວີບັນດາມາດຕະການປ້ອງກັນຄວາມສະຫງົບ ແລະ ເປີດການສືບສວນບັນດາເຫດບຸກໂຈມຕີດັ່ງກ່າວ. ອີຣັກ ຖະແຫຼງວ່າ ໄດ້ຕີພວກ IS ປະລາໄຊ ເມື່ອປີ 2017 ແລ້ວ, ແຕ່ກຸ່ມກໍ່ການຮ້າຍນີ້ຍັງສືບຕໍ່ດຳເນີນບັນດາເຫດບຸກໂຈມຕີ ຜ່ານບັນດາກຸ່ມ ເຄື່ອນໄຫວປິດລັບ.

ຕອບກັບ

ຂ່າວ/ບົດ​ອື່ນ