ອີຣັກ ຈັດຕັ້ງກອງປະຊຸມສັນຍາລັກກ່ຽວກັບການໄກ່ເກ່ຍປອງດອງຢູ່ພາກພື້ນ

(VOVWORLD) -ວັນທີ 20 ເມສາ, ບັນດາເຈົ້າຫນ້າທີ່ຂັ້ນສູງມາຈາກ 6 ປະເທດບ້ານໃກ້ເຮືອນຄຽງ ອີຣັກ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດທີ່ມີລັກສະນະສັນຍາລັກ ຢູ່ ນະຄອນຫລວງ ແບກແດດ ຂອງປະເທດນີ້ ເພື່ອສະແດງໃຫ້ເຫັນຄວາມປາດຖະຫນາຂອງ ອີຣັກ ດ້ວຍບົດບາດແມ່ນນັກໄກ່ເກ່ຍປອງງດອງຢູ່ພາກພື້ນ.

 ກອງປະຊຸມດຳເນີນໄປໃນເວລາມື້ຫນຶ່ງໄດ້ດຶງດູດຫົວຫນ້າບັນດາອົງການນິຕິບັນຍັດຈາກ ຕວກກີ, ອາຣັບບີ ຊາອຸດີ,ຈໍແດນ, ຊີຣີ ແລະ ຄູເວດ ເຂົ້າຮ່ວມ, ໃນຂະນະນັ້ນ ອີຣານ ພຽງແຕ່ສົ່ງເຈົ້າຫນ້າທີ່ລັດຖະສະພາຂັ້ນສູງ ທ່ານຫນຶ່ງ ມາຮ່ວມ.

ໃນຖະແຫລງການຍົກອອກ ພາຍຫລັງສິ້ນສຸດກອງປະຊຸມ, ບັນດາປະເທດເຂົ້າຮ່ວມໄດ້ໃຫ້ຄຳໝັ້ນສັນຍາສະຫນັບສະຫນູນຄວາມສະຖຽນລະພາບ, ການພັດທະນາ ແລະ ສ້າງສາອີຣັກ ຄືນໃຫມ່. ບັນດາຝ່າຍກໍ່ສະແດງໃຫ້ເຫັນຫລັກໝັ້ນຄັດຄ້ານການແຊກແຊງເຂົ້າວຽກງານພາຍໃນຂອງອີຣັກ ເຖິງວ່າສ່ວນຫລາຍບັນດາປະເທດເຂົ້າຮ່ວມກອງປະຊຸມລ້ວນແຕ່ມີຜົນປະໂຫຍດດ້ານເສດຖະກິດ ແລະ ການເມືອງ ຢ່າງເລິກເຊິ່ງ ຢູ່ ປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ