ອີຣັກ ຊົມເຊີຍ ເລື່ອງ ອາເມລິກາ ຖອນທະຫານອອກຈາກ ຊີຣີ

(VOVWORLD) - ທ່ານປະທານາທິບໍດີ Salih ໄດ້ຢັ້ງຢືນ ເລື່ອງ ອາເມລິກາ ຖອນທະຫານອອກຈາກ ຊີຣີ ແມ່ນ “ບັນຫາກະຕັນໃຫ້ມີສັນຕິພາບ” ໂດຍອີງໃສ່ຄວາມເຄົາລົບສິດທິຂອງປະຊາຊົນ ຊີຣີ

ອີຣັກ ຊົມເຊີຍ ເລື່ອງ ອາເມລິກາ ຖອນທະຫານອອກຈາກ ຊີຣີ - ảnh 1

ທ່ານປະທານາທິບໍດີ ອີຣັກ Barham Salih 

(ພາບ:AFP/TTXVN)

ຕາມສື່ມວນຊົນຕາເວັນອອກກາງແລ້ວ, ໃນການໂອ້ລົມທາງໂທລະພາບກັບທ່ານ Mike Pompeo, ລັດຖະມົນຕີການຕ່າງປະເທດ ອາເມລິກາ ໃນວັນທີ 22 ທັນວາ, ທ່ານປະທານາທິບໍດີ ອີຣັກ Barham Salih ໄດ້ສະແດງຄວາມຫວັງວ່າ: ເລື່ອງ ອາເມລິກາ ຖອນທະຫານອອກຈາກ ຊີຣີ ຈະປະກອບສ່ວນແກ້ໄຂການປະທະກັນ ແລະ ຈະບໍ່ພາໄປເຖິງສະພາບຄວາມເຄັ່ງຕຶງປິນຂັ້ນໄດຄັ້ງໃໝ່.

        ທ່ານປະທານາທິບໍດີ Salih ໄດ້ຢັ້ງຢືນ ເລື່ອງ ອາເມລິກາ ຖອນທະຫານອອກຈາກ ຊີຣີ ແມ່ນ “ບັນຫາກະຕັນໃຫ້ມີສັນຕິພາບ” ໂດຍອີງໃສ່ຄວາມເຄົາລົບສິດທິຂອງປະຊາຊົນ ຊີຣີ ແລະ ການຕັດສິນເອກະສານຂອງເຂົາເຈົ້າ. ສິ່ງດັ່ງກ່າວກໍ່ຈະບໍ່ສ້າງຈຸດເລີ່ມຕົ້ນໃໝ່ສຳລັບໄລຍະແຊກແຊງ ແລະ ການໃຊ້ຄວາມຮຸນແຮງ. ໃນການໂອ້ລົມທາງໂທລະສັບ, ທ່ານປະທານາທິບໍດີ Salih ກໍ່ເນັ້ນໜັກວ່າ ອີຣັກ ຈະບໍ່ແບກຫາບຜົນຮ້າຍຢ້ອນຫຼັງຈາກບັນດາຄວາມເຄັ່ງຕຶງໃນພາກພື້ນ ແລະ ສາກົນ, ພ້ອມກັນນັ້ນ, ອະທິປະໄຕ ແລະ ຜົນປະໂຫຍດຂອງປະເທດນີ້ຕ້ອງໄດ້ຮັບການຮັກສາໄວ້.

        ສ່ວນທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ໄດ້ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຂອງ ວໍຊິງຕັນ ຈະສືບຕໍ່ບັ້ນຮົບຕ້ານກໍ່ການຮ້າຍ ຢູ່ອີຣັກ.

ຕອບກັບ

ຂ່າວ/ບົດ​ອື່ນ