ອີຣັກ ຍັງຄົງປະເຊີນໜ້າຕໍ່ສິ່ງທ້າທາຍຢ່າງໃຫຍ່ຫລວງຈາກ IS

(VOVWORLD) - ວົງການນັກຊ່ຽວຊານໃຫ້ຂໍ້ສັງເກດວ່າ ເລື່ອງຍາດເອົາສິດຄວມຄຸມ Tal Afar ຢ່າງສົມບູນ ໄດ້ຮັບຖືວ່າ:
ອີຣັກ ຍັງຄົງປະເຊີນໜ້າຕໍ່ສິ່ງທ້າທາຍຢ່າງໃຫຍ່ຫລວງຈາກ IS - ảnh 1 ກອງທັບ ອີຣັກ (ພາບ: AFP/TTXVN)

ແມ່ນໄຊຊະນະໃໝ່ສຸດຂອງກອງທັບ ອີຣັກ ຕໍ່ອົງການ “ລັດອິດສະລາມ” (IS) ໃນການຕໍ່ສູ້ຕ້ານພວກກະບົດອິດສະລາມ. ເຖິງຢ່າງໃດກໍ່ຕາມ, ບັນດາກຳລັງປະກອບອາວຸດຢູ່ ອີຣັກ ຍັງຄົງປະເຊີນໜ້າກັບສິ່ງທ້າທາຍໃຫຍ່ຫລາຍຢ່າງ. ທ່ານລັດຖະມົນຕີການຕ່າງປະເທດ ອີຣັກ Ibrahim al – Jafari ກ່າວເຕືອນວ່າ: “ໄຊຊະນະຢູ່ ອີຣັກ ບໍ່ມີຄວາມໝາຍວ່າ ແມ່ນສິ້ນສຸດໄພນາບຂູ່ຈາກ IS”. ຕາມທ່ານແລ້ວ, ອີຣັກ ຈະສືບຕໍ່ຮ່ວມມືການທະຫານກັບທະຫານປະສົມ ໂດຍ ອາເມລິກາ ນຳໜ້າ ແລະ ຄວນມີບັນດາມາດຕະການ “ຮັບປະກັນການສະກັດກັ້ນບັນດາກຸ່ມກໍ່ການຮ້າຍທີ່ເຄື່ອນໄຫວປິດລັບ”. ທ່ານ Jassem Hanoun ນັກຊ່ຽວຊານການທະຫານຊາວ ອີຣັກ ໃຫ້ຮູ້ວ່າ: IS ອາດຈະກັບຄືນມາ ດ້ວຍ “ວິທີການເຄື່ອນໄຫວຄືເກົ່າ”, ບຸກໂຈມຕີບັນດາເຂດຊຸມຊົນ ແລະ ຕະຫລາດ.

ຕອບກັບ

ຂ່າວ/ບົດ​ອື່ນ