ອີຣັກ ຍາດເອົາສິດຄວບຄຸມບາງເຂດທາງທິດໃຕ້ນະຄອນ Mosul ຈາກກຳມື IS

ອີຣັກ ຍາດເອົາສິດຄວບຄຸມບາງເຂດທາງທິດໃຕ້ນະຄອນ Mosul ຈາກກຳມື IS - ảnh 1
ບັນ​ດາ​ທະ​ຫານ ອີ​ຣັກ ລາດ​ຕາ​ເວນ​ຢູ່​ເທດ​ສະ​ບານ Hatra, ໃກ້​ກັບ Mosul ໃນ​ວັນ​ທີ 28/4
( ພາບ: AFP/TTXVN)

(vovworld) - ວັນ​ທີ 30/4, ກອງ​ທັບ ອີ​ຣັກ ໃຫ້​ຮູ້​ວ່າ ບັນ​ດາ​​ກົມ​ກອງ​ເຄິ່ງ​ປະ​ກອບ​ອາ​ວຸດ Hashd Shaabi ບັນ​​ລຸ​ໄດ້​ບາດ​ກ້າວ​ເດີນ​ຢູ່​ເຂດ​ທາງ​ທິດ​ໃຕ້ ນະ​ຄອນ Mosul ແລະ ປົດ​ປ່ອຍ ​5 ໝູ່​ບ້ານ​ຈາກ​ກຳ​ມື​ຂອງ​ລັດ​ອິດ​ສະ​ລາມ (IS) ອ້າງ​ຊື່​ເອງ, ໃນ​ຂະ​ນະ​ນັ້ນ, ບັນ​ດາ​ການ​ປະ​ທະ​ກັນ​ທີ່ນອງ​ເລືອດ​ສືບ​ຕໍ່​ເກ​ີດ​ຂຶ້ນ​ຢູ່​ບັນ​ດາ​ເຂດ​ອ້ອມ​ຂ້າງ​ຢູ່​ທາງ​ທິດ​ຕາ​ເວັນ​ຕົກ Mosul. ວັນ​ທ​ີ 30/4, ບັນ​ດາ​ນັກ​ຮົບ Hashd Shaabi ໄດ້​ບຸກ​ໂຈມ​ຕີຕາມ 3 ທິດ​ເຂົ້າ​ເທດ​ສະ​ບານ​ທີ່​ຫາກໍ່​ໄດ້​ຮັບ​ການ​ປົດ​ປ່ອຍ Hatra, ຫ່າງ​ຈາກ Mosul ປະ​ມານ 100 ກມ ແລະ ປົດ​ປ່ອຍ​ບັນ​ດາ​ໝູ່​ບ້ານ​ຢູ່​ກະ​ແຈກ​ກະ​ຈາຍ​ໃນ​ເຂດ​ດິນ​ແດນ​ທີ່​ກ້​ວາງ​ໃຫຍ່​ເຖິງ​ຊາຍ​ແດນ ອີ​ຣັກ - ຊີ​ຣີ. ບັນ​ດາ​ນັກ​ຮົບ Hashd Shaabi ມີ​ການ​ປະ​ທະ​ກັນ​ກັບ IS, ດັບ​ສູນ​ມື​ປືນ IS ຢ່າງ​ໜ້ອຍ​ສຸດ 20 ຄົນ ແລະ ທຳ​ລາຍລົດ​ຂົນ​ສົ່ງ​ລະ​ເບີດ 4 ຄັນ ແລະ ລົດ​ບັນ​ທຸກ​ຂົນ​ສົ່ງ​ປືນ ຄັນ​ໜຶ່ງ.


ຕອບກັບ

ຂ່າວ/ບົດ​ອື່ນ