ອີຣັກ ບຸກໂຈມຕີທາງອາກາດແນໃສ່ທະຫານກະບົດ IS ຢູ່ຊີຣີ

(VOVWORLD) - ການບຸກໂຈມຕີທາງອາກາດມີການໜູນຊ່ວຍຂອງທະຫານປະສົມໂດຍ ອາເມລິກາ ນຳໜ້າ. ກຳລັງທະຫານປະສົມໂດຍ ອາເມລິກາ ນຳໜ້າກໍ່ໄດ້ຮັບຮູ້ວ່າ ການບຸກໂຈມຕີທາງອາກາດນີ້ໄດ້ດຳເນີນຢູ່ໃກ້ກັບເທດສະບານ Hajin ຢູ່ ແຂວງ Deir Ezzor
ອີຣັກ ບຸກໂຈມຕີທາງອາກາດແນໃສ່ທະຫານກະບົດ IS ຢູ່ຊີຣີ - ảnh 1 (ພາບປະກອບຈາກ AFP/TTXVN)

ວັນທີ 22 ເມສາ, ໃນການບຸກໂຈມຕີທາງອາກາດຄັ້ງຕ່າງໆຢູ່ ຊີຣີ, ບັນດາກຳລັງ ອີຣັກ ໄດ້ດັບສູນພວກກໍ່ການຮ້າຍຂຶ້ນກັບ ອົງການ IS ຫຼາຍຄົນ, ໃນນັ້ນມີບັນດາສະມາຊິກຂັ້ນສູງ. ເຮືອບິນສູ້ຮົບ F – 16 2 ລຳ ໄດ້ທຳລາຍເຮືອນແຫ່ງໜຶ່ງຢູ່ທາງທິດຕາເວັນອອກ ຊີຣີ. ໃນການບຸກໂຈມຕີທາງອາກາດໄດ້ປະຕິບັດໃນຈຸດເວລາທີ່ພວມດຳເນີນກອງປະຊຸມຂອງບັນດາການນຳ  IS ແລະ ອີຣັກ ບັນລຸຄາດໝາຍເມື່ອດັບສູນໄດ້ 36 ຄົນ. ການບຸກໂຈມຕີທາງອາກາດມີການໜູນຊ່ວຍຂອງທະຫານປະສົມໂດຍ ອາເມລິກາ ນຳໜ້າ. ກຳລັງທະຫານປະສົມໂດຍ ອາເມລິກາ ນຳໜ້າກໍ່ໄດ້ຮັບຮູ້ວ່າ ການບຸກໂຈມຕີທາງອາກາດນີ້ໄດ້ດຳເນີນຢູ່ໃກ້ກັບເທດສະບານ Hajin ຢູ່ ແຂວງ Deir Ezzor, ຫ່່າງຈາກເຂດຊາຍແດນ ອີຣັກ ປະມານ 50 ກມ.

        ບັນດາມືປືນ IS ເຄີຍສວຍໃຊ້ເສັ້ນຊາຍແດນນີ້ເປັນປະຈຳເພື່ອຜັນຂະຫຍາຍວຽກງານພະລາທິການ ແລະ ປະຕິບັດບັນດາການບຸກໂຈມຕີແນໃສ່ ອີຣັກ.

ຕອບກັບ

ຂ່າວ/ບົດ​ອື່ນ