ອີຣັກ ປົດປ່ອຍເນື້ອທີ່ເຂດຕາເວັນຕົກ Mosul ໄດ້ 30%

ອີຣັກ ປົດປ່ອຍເນື້ອທີ່ເຂດຕາເວັນຕົກ Mosul ໄດ້ 30% - ảnh 1
ທະ​ຫານ​ລັດ​ຖະ​ບານ ອີ​ຣັກ
(ພາບ​ປະ​ກອບ​ຈາກ AFP/TTXVN)

(vovworld) - ວັນ​ທີ 12/3, ວົງ​ການ​ເຈົ້າ​ໜ້າ​ທີ ອີ​ຣັກ ໃຫ້​ຮູ້​ວ່າ: ບັນ​ດາ​ກຳ​ລັງ​ຂອງ​ປະ​ເທດນີ້​ໄດ້​ປົດ​ປ່ອຍ​ເນື້ອ​ທີ່​ເຂດ​ຕາ​ເວັນ​ຕົກ​ນະ​ຄອນ Mosul ໄດ້ 30% ຈາກ​ກຳ​ມື​ຂອງ​ກຸ່ມ “ລັດ​ອິດ​ສະ​ລາມ” (IS) ອ້​າງ​ຊືຶ່​ເອງ, ໃນ​ສະ​ພາບ​ການກອງ​ທັບ ອີ​ຣັກ ໄດ້​ບຸກ​ເລິກ​ເຂົ້າ​ນະ​ຄອນ​ແຫ່ງນີ້. ພົນຈັດ​ຕະ​ວາ Maan Al Saadi, ຜູ້​ບັນ​ຊາ​ການ​ກຳ​ລັງ​ພິ​ເສດ​ຕ້ານກໍ່​ການ​ຮ້າຍ ອີ​ຣັກ (CTS) ໃຫ​້​ຮ​ູ້​ວ່າ: ບັນ​ດາ​ກົມ​ກອງນີ້​ຢຶດ​ຄອງ​​ເນື້ອ​ທີ່​ດິນ​ເຂດ​ຕ​າ​ເວັນ​ອອກ Mosul ຄືນ​ໃໝ່​ໄດ້​ກ່​ວາ 1/3. ກຳ​ລັງສູ້​ຢັນຂອງ IS ມີ​ສັນ​ຍານ​ອ່ອນ​ເພຍ​ລົງ ແລະ ມີ​ປະ​ມ​ານ 17 ໃນ​ຈຳ​ນວນ 40 ເມືອງ​ຢູ່​ເຂດ​ຕາ​ເວັນ​ຕົກ Mosul ໄດ້​ຮັບ​ການ​ປົດ​ປ່ອຍ​ແລ້ວ. ເຖິງວ່າ IS ເລີ່ມ​ອ່ອນ​ເພຍ​ລົງ​ກໍ່​ຕາມ, ແຕ່​ບັນ​ດາ​ນາຍ​ທະ​ຫານກອງ​ທັບ ອີ​ຣັກ ​ໃຫ້​ຂໍ້​ສັງ​ເກດວ່າ ທ່າ​ບຸກ​ຕີ​ຢູ່ Mosul ພວມ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່​າງ ໃນ​ຂະ​ນະ​ທີ່​ບັນ​ດາ​ມື​ປືນ​ຍັງ​ນຳ​ໃຊ້​ບັນ​ດາ​ພະ​ຫະ​ນະ​ອຸ​ປະ​ກອນ​ມີ​ທາ​ດ​ລະ​ເບີດ, ປືນຍິງ​​ຍ່ອຍ ແລະ ວາງ​ລະ​ເບີດ​ສະຫຼະ​ຊີບ.


ຂ່າວ/ບົດ​ອື່ນ