ອີຣັກ ປະກາດສິ້ນສຸດບັ້ນຮົບຕ້ານ IS

(VOVWORLD) - ກ່າວຄຳເຫັນຜ່ານຊ່ອງໂທລະພາບແຫ່ງລັດໂດຍຖ່າຍທອດສົດ, ທ່ານນາຍົກລັດຖະມົນຕີ ອີຣັກ Haider al – Abadi ໄດ້ຊົມເຊີຍກອງທັບ ແລະ ປະຊາຊົນ ອີຣັກ ໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກ ແຕ່ຍັງຕີປະລາໄຊອົງການ IS
ອີຣັກ ປະກາດສິ້ນສຸດບັ້ນຮົບຕ້ານ IS - ảnh 1 ພາບປະກອບຈາກ AFP/TTXVN

ພາຍຫຼັງກ່ວາ 3 ປີແຫ່ງການປະຕິບັດບັ້ນຮົບ, ວັນທີ 9 ທັນວາ, ອີຣັກ ປະກາດບັ້ນຮົບຕ້ານກຸ່ມ IS ໄດ້ສິ້ນສຸດລົງຢ່າງເປັນທາງການ, ພາຍຫຼັງກຳລັງປ້ອງກັນຄວາມສະຫງົບຄວບຄຸມບັນດາເຂດດິນແດນເຊິ່ງກຸ່ມນີ້ຄວບຄຸມກ່ອນນັ້ນ. ໄຊຊະນະຕໍ່ IS ອາດຈະຖືວ່າ ແມ່ນໄຊຊະນະຂອງ ອີຣັກ ເອງ ແລະ ຄວາມມານະພະຍາຍາມຕ້ານກໍ່ການຮ້າຍສາກົນເວົ້າລວມ. ກ່າວຄຳເຫັນຜ່ານຊ່ອງໂທລະພາບແຫ່ງລັດໂດຍຖ່າຍທອດສົດ, ທ່ານນາຍົກລັດຖະມົນຕີ ອີຣັກ Haider al – Abadi ໄດ້ຊົມເຊີຍກອງທັບ ແລະ ປະຊາຊົນ ອີຣັກ ໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກ ແຕ່ຍັງຕີປະລາໄຊອົງການ IS. ທ່ານນາຍົກລັດຖະມົນຕີຢັ້ງຢືນວ່າ, ຄວາມໄຝ່ຝັນກ່ຽວກັບຄວາມເສລີໄດ້ປະກົດຜົນເປັນຈິງ.

        ພາຍຫຼັງຄຳປະກາດຂອງທ່ານນາຍົກລັດຖະມົນຕີ Haider al – Abadi, ຫຼາຍປະເທດໄດ້ຊົມເຊີຍໄຊຊະນະຂອງ ອີຣັກ. ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ໄດ້ຊົມເຊີຍຄູ່ຕຳແໜ່ງ ອີຣັກ Haider al – Abadi ພາຍຫຼັງໄຊຊະນະຕໍ່ອົງການ IS, ອາເມລິກາ ກໍ່ຊົມເຊີຍເລື່ອງຢຸດຕິ “ການກະທຳຄວບຄຸມຮ້າຍແຮງ” ຂອງ IS ຢູ່ ອີຣັກ, ພາຍຫຼັງອຳນາດການປົກຄອງ ແບດແດດ ຖະແຫຼງປະກາດໄດ້ຮັບໄຊຊະນະໃນບັ້ນຮົບແກ່ຍາວເປັນເວລາ 3 ປີ.

ຕອບກັບ

ຂ່າວ/ບົດ​ອື່ນ