ອີຣັກ ປະກາດໄວ້ທຸກລະດັບຊາດ 3 ວັນເພື່ອອາໄລຫາບັນດາຜູ້ປະສົບເຄາະຮ້າຍຈາກເຫດໄຟໄໝ້

(VOVWORLD) -   ຕາມເຈົ້າໜ້າທີ່ ອີຣັກ ແລ້ວ, ບັນດາຜູ້ຖືກບາດເຈັບສ່ວນຫຼາຍແມ່ນຍ້ອນໄຟໄໝ້, ຂາດອາກາດຫາຍໃຈ ຫຼື ຢຽບກັນເພື່ອແລ່ນອອກຈາກຫ້ອງຮັບແຂກຂອງສູນຈັດງານດອງ - ສະຖານທີ່ແຫ່ງນີ້ຖືກໄຟໄໝ້ໝົດ
ອີຣັກ ປະກາດໄວ້ທຸກລະດັບຊາດ 3 ວັນເພື່ອອາໄລຫາບັນດາຜູ້ປະສົບເຄາະຮ້າຍຈາກເຫດໄຟໄໝ້ - ảnh 1ເຈົ້າໜ້າທີ່ໄດ້ສົ່ງຜູ້ປະສົບເຄາະຮ້າຍໄປໂຮງໝໍ
(ພາບ:AFP/TTXVN)

ວັນທີ 27 ກັນຍາ, ທ່ານ Najm al – Jubouri, ຜູ້ວ່າການແຂວງ Nineveh ຂອງປະເທດ ອີຣັກ, ໃຫ້ຮູ້ວ່າ: ຈຳນວນຜູ້ເສຍຊີວິດໃນເຫດໄຟໄໝ້ທີ່ເກີດຂຶ້ນກ່ອນນັ້ນໜຶ່ງວັນ ຢູ່ສູນຈັດງານດອງພັດຕະຄານໃນເທດສະບານ al – Hamdaniya ເພີ່ມຂຶ້ນເຖິງ 114 ຄົນ ແລະ ກ່ວາ 200 ຄົນຖືກບາດເຈັບ. ບົດລາຍງານເບື້ອງຕົ້ນສະແດງໃຫ້ເຫັນວ່າ ບັ້ງໄຟດອກ ທີ່ໄດ້ນຳໃຊ້ໃນງານດອງອາດຈະແມ່ນສາຍເຫດທີ່ກໍ່ໃຫ້ເກີດໄຟໄໝ້ ເຮັດໃຫ້ບັນດາແຂກທີ່ເຂົ້າຮ່ວມງານດອງມີຄວາມຕຶ້ນຕົກໃຈ, ກໍ່ໃຫ້ເກີດສະພາບຢຽບກັນຢູ່ປະຕູທາງອອກ.

        ຕາມເຈົ້າໜ້າທີ່ ອີຣັກ ແລ້ວ, ບັນດາຜູ້ຖືກບາດເຈັບສ່ວນຫຼາຍແມ່ນຍ້ອນໄຟໄໝ້, ຂາດອາກາດຫາຍໃຈ ຫຼື ຢຽບກັນເພື່ອແລ່ນອອກຈາກຫ້ອງຮັບແຂກຂອງສູນຈັດງານດອງ - ສະຖານທີ່ແຫ່ງນີ້ຖືກໄຟໄໝ້ໝົດ ແລະ ເພດານສ່ວນໜຶ່ງພັງລົງ. ກະຊວງພາຍໃນ ອີຣັກ ໄດ້ຈັບຕົວ 13 ຄົນເປັນເຈົ້າຂອງ ແລະ ພາລະກອນຂອງສູນຈັດງານດອງດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ