ອີຣັກ ປະຕິເສດຂ່າວສະໜອງອາວຸດໃຫ້ແກ່ ຊີຣີ

ອີຣັກ ປະຕິເສດຂ່າວສະໜອງອາວຸດໃຫ້ແກ່ ຊີຣີ - ảnh 1

ອີຣັກ​ໄດ້​​ເພີ່ມ​ທະວີ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ຢູ່ລຽບ​ຕາມ​ເສັ້ນ​ຊາຍ​ແດນ​ ​ເພື່ອ​ສະກັດ​ກັ້ນ​ການ​ຂາຍ​ອາວຸດ​ເທື່ອ​ນຜ່ານ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ

(vovworld) – ວັນ​ທີ 26/3, ອີຣັກ ​ໃຫ້​ຮູ້​ວ່າ: ປະ​ເທດ​ນີ້​ບໍ່ສະໜອງ​ອາວຸດ ຫຼື ບໍ່​ມີ​ການຊ່ວຍ​ເຫຼືອ​ໃດ​ໃຫ້​ແກ່ ຊີຣີ. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ຢູ່ Baghdad, ລັດຖະມົນຕີ​ການ​ຕ່າງປະ​ເທດ ອີຣັກ ທ່ານ Hoshiyar Zebari ​ໃຫ້​ຮູ້​ວ່າ: ອີຣັກບໍ່​ແມ່ນ​ພັກ​ຝ່າຍ​ສະໜອງ​ອາວຸດ ບໍ່​ວ່າ​ຊະນິດ​ໃດ ຫຼີ ມີ​ການ​ໜູນ​ຊ່ວຍ​ຫຼື​ວ່າ​ຄື​ດັ່ງ​ຄຳ​ເວົ້າ​ຂອງ​ຝ່າຍ​ຄ້ານ​ທີ່​ວ່າ: ​ໄດ້​ຈ່າຍ​ຈຳນວນ​ເງິນ​ນັບ​ຕື້ USD ​ເພື່ອ​ຊຸກຍູ້​ພື້ນຖານ​ເສດຖະກິດ​ຂອງ ຊີຣີ. ນີ້​ແມ່ນ​ເລື່ອງ​ບໍ່​ຖືກຕ້ອງ​ກັບ​ຄວາມ​ຈິງ. ທ້າຍ​ອາທິດ​​ແລ້ວ​ນີ້, ຜູ້ອຳນວຍການ​ອົງການ​ສືບ​ລາຊະການ​ລັບສູນ​ກາງ​ອາ​ເມ​ລິ​ກາ​ເວົ້າ​ວ່າ: ຈຳນວນ​ອາວຸດ ​ແລະ ບັນດາ​ບຸກຄົນຊາວ​ອິດສະ​ລາມ ນິກາຍ Sunni ລຸກ​ຮື​ຂຶ້ນພວມ​ເຂົ້າມາ​ຊີຣີ ຈາກ​ອີຣັກ. ​ກະ​ແສຟອງ​ນີ້​ມີ​ສັນຍານ​ເກີດ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ​ແລະ ມີ​ການ​ຈັດ​ຕັ້ງ. ປະຕິ​ກິລິຍາ​ຕໍ​ບັນດາ​ແຫຼ່ງຂ່າວ​ນີ້, ອີຣັກ​ໄດ້​​ເພີ່ມ​ທະວີ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ຢູ່ລຽບ​ຕາມ​ເສັ້ນ​ຊາຍ​ແດນ​ຕິດ​ກັບ ຊີຣີ ​ເພື່ອ​ສະກັດ​ກັ້ນ​ການ​ຂາຍ​ອາວຸດ​ເທື່ອ​ນຜ່ານ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ.


ຂ່າວ/ບົດ​ອື່ນ