ອີຣັກ ຢຸດຕິການເຄື່ອນໄຫວສົ່ງທະຫານຢູ່ເຂດຊາວ Kurd ເປັນເວລາ 24 ຊົ່ວໂມງ

(VOVWORLD) - ວັນທີ 27 ຕຸລາ, ທ່ານນາຍົກລັດຖະມົນຕີ ອີຣັກ Haider al – Abadi ປະກາດຄຳສັ່ງຢຸດຕິຊົ່ວຄາວການເຄື່ອນໄຫວສົ່ງທະຫານເປັນເວລາ 24 ຊົ່ວໂມງ ສຳລັບບັນດາພົນທະຫານໄດ້ຖືກຜັນຂະຫຍາຍເພື່ອແນໃສ່ນຳເຂດດິນແດນໂດຍບັນດາກຳລັງຊາວ Kurd ຄວບຄຸມຢູ່ພາກເໜືອຂອງປະເທດນີ້ກັບຄືນຢູ່ສູ່ພາຍໃຕ້ການຄວບຄຸມຂອງສະຫະພັນ. 

ອີຣັກ ຢຸດຕິການເຄື່ອນໄຫວສົ່ງທະຫານຢູ່ເຂດຊາວ Kurd ເປັນເວລາ 24 ຊົ່ວໂມງ - ảnh 1ທ່ານນາຍົກລັດຖະມົນຕີ Haider al – Abadi 

(ພາບ໊: Rudaw/TTXVN) 

ໃນແຈ້ງການສະບັບໜຶ່ງ, ທ່ານນາຍົກລັດຖະມົນຕີ Haider al – Abadi ເວົ້າວ່າ, ຄຳສັ່ງດັ່ງກ່າວໄດ້ຍົກອອກມາເພື່ອ “ສະກັດກັ້ນບັນດາການປະທະກັນ ແລະ ສະພາບນອງເລືອດລະຫວ່າງບັນດາກຳລັງໃນຊາດດຽວ ແລະ ສ້າງກາລະໂອກາດໃຫ້ຄະນະກຳມະການວິຊາການລວມຂອງອຳນາດການປົກຄອງສະຫະພັນ ແລະ ອຳນາດການປົກຄອງຊາວ Kurd ສືບຕໍ່ຜັນຂະຫຍາຍບັນດາກຳລັງສະຫະພັນຢູ່ທຸກໆເຂດເກີດການຂັດແຍ້ງກັນ.” ແຈ້ງການດັ່ງກ່າວ ໄດ້ຍົກອອກມາ ພາຍຫຼັງບັນດາຂໍ້ມູນຂ່າວກົງກັນຂ້າມຈາກກຳລັງທະຫານປະສົມໂດຍ ອາເມລິກາ ນຳໜ້າ ທີ່ຖືວ່າ: ບັນລຸໄດ້ຄຳສັ່ງຢຸດຍິງລະຫວ່າງກຳລັງຊາວ Kurd ແລະ ບັນດາພົນທະຫານໂດຍອຳນາດການປົກຄອງສູນກາງ ອີຣັກ ຜັນຂະຫຍາຍ. ພາຍຫຼັງແຈ້ງການເບື້ອງຕົ້ນກ່ຽວກັບຄຳສັ່ງຢຸດຍິງ, ກຳລັງທະຫານປະສົມໃຫ້ຮູ້ວ່າ ແຈ້ງການນັ້ນແມ່ນບໍ່ຖືກຕ້ອງ, ແຕ່ໄດ້ເວົ້າຕື່ມອີກວ່າ ແມ່ນບັນດາການເຈລະຈາສືບຕໍ່ໄດ້ດຳເນີນ.

ຕອບກັບ

ຂ່າວ/ບົດ​ອື່ນ