ອີຣັກ ວາງລະເບີດສະຫຼະຊີບ ໃສ່ໂບດອິດສະລາມ, ເຮັດໃຫ້ 37 ຄົນເສຍຊີວີດ

ອີຣັກ ວາງລະເບີດສະຫຼະຊີບ ໃສ່ໂບດອິດສະລາມ, ເຮັດໃຫ້ 37 ຄົນເສຍຊີວີດ - ảnh 1
ອີຣັກ ວາງລະ​ເບີດ​ສະຫຼະ​ຊີບໃສ່​ໂບດ​ອິດສະ​ລາມ
(ພາບ:Reuters)


(vovworld) -  ວັນ​ທີ 16/05, ຢ່າງ​ໜ້ອຍ​ຊຸດ​ມີ 12 ຄົນ​ເສຍ​ຊີວິດ ​ແລະ 25 ຄົນ​ຖືກ​ບາດ​ເຈັບ​ໃນ​ເຫດວາງລະ​ເບີດ​ສະຫຼະ​ຊີບໃສ່​ໂບດ​ອິດສະ​ລາມ Al Zahraa ​ຂອງຊາວ​ອີຣັກນິການ Shiite ຢູ່ Kirkuk ພາກ​ເໜືອ​ຂອງ​ອີຣັກ. ​ເຫດ​ລະ​ເບີດ​ໄດ້​ກໍ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງກ່ຽວກັບ​ພື້ນຖານ​ໂຄງ​ລ່າງ​ຢູ່​ໂບດ​ດັ່ງກ່າວ. ​ໃນ​ຕອນ​ເຊົ້າວັນ​ດ່ຽວ​ກັນ, ການ​ວາງ​ລະ​ເບີ​ດ​ໃສ່​ລົດ​ໂອ​​ໂຕ ​ແລະ ການ​ບຸກ​ໂຈມ​ຕີຫຼາຍ​ຄັ້ງ ກໍ​ເກີດ​ຂຶ້ນ​ຢູ່​ Baddgha ​ແລະ ນະຄອນ Mosul ທາງ​ພາກ​ເໜືອ​ຂອງ​ປະ​ເທດ​ນີ້, ​ເຊິ່ງ​ເຮັດ​​ໃຫ້​ຢ່າງ​ໜ້ອຍ​ຊຸດ 11 ຄົນ​ເສຍ​ຊີວິດ ​ແລະ 45 ຄົນ​ຖືກ​ບາດ​ເຈັບ. ສະພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່​ອີຣັກ ​ໄດ້​ຫລຸດລົງ​ພາຍຫຼັງ​ການ​ປະ​ທະ​ກັນທາງ​ສາສະໜາ​ເມື່ອ​ປີ 2006 – 2007.
ຂ່າວ/ບົດ​ອື່ນ