ອີຣັກ ໃຫ້ຄຳໝັ້ນສັນຍາສະໜັບສະໜູນຄວາມມານະພະຍາຍາມສ້າງສະຖຽນລະພາບຢູ່ຕາເວັນອອກກາງ

(VOVWORLD) - ວັນທີ 08 ມິຖຸນາ, ທ່ານນາຍົກລັດຖະມົນຕີ ອີຣັກ Adel Abdul Mahdi ໄດ້ຢືນຢັນວ່າ Baghdad ຈະສະໜັບສະໜູນໂດຍບໍ່ວ່າຄວາມມານະພະຍາຍາມໃດໆ
ອີຣັກ ໃຫ້ຄຳໝັ້ນສັນຍາສະໜັບສະໜູນຄວາມມານະພະຍາຍາມສ້າງສະຖຽນລະພາບຢູ່ຕາເວັນອອກກາງ - ảnh 1ທ່ານນາຍົກລັດຖະມົນຕີ ອີຣັກ Adel Abdul Mahdi (ພາບ:  AFP)

 ແນໃສ່ສ້າງສະຖຽນລະພາບຢູ່ພາກພື້ນຕາເວັນອອກກາງໃນສະພາວະຄວາມເຄັ່ງຕຶງລະຫວ່າງ ອີຣານ ແລະ ອາເມລິກາ ນັບມື້ນັບເພີ່ມຂຶ້ນ. ຄຳກ່າວປາໄສຂອງທ່ານນາຍົກລັດຖະມົນຕີ Mahdi ໄດ້ຍົກອອກມາທີ່ການພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ເຢຍລະມັນ Heiko Maas ພວມຢູ່ຢ້ຽມຢາມ ອີຣັກ.

        ຖະແຫຼງການຂອງຫ້ອງວ່າການນາຍົກລັດຖະມົນຕີ ອີຣັກ ໃຫ້ຮູ້ວ່າ: ທີ່ການພົບປະ, 2 ຝ່າຍໄດ້ປຶກສາຫາລືກ່ຽວກັບບັນດາການພົວພັນ 2 ຝ່າຍ ແລະ ບັນດາເຫດການເຄັ່ງຕຶງຢູ່ພາກພື້ນຕາເວັນອອກກາງ.

ຕອບກັບ

ຂ່າວ/ບົດ​ອື່ນ