ອີຣັກຍອມຮັບເລື່ອງຜັນຂະຫຍາຍທະຫານບຸກໂຈມຕີໃນເຂດດິນແດນຊີຣີ

ອີຣັກຍອມຮັບເລື່ອງຜັນຂະຫຍາຍທະຫານບຸກໂຈມຕີໃນເຂດດິນແດນຊີຣີ - ảnh 1
ທະຫານ​ຂອງ​ອົງການ ອິດສະ​ລາມ​ ​ແຫ່ງ​ລັດ ອີຣັກ
(ພາບ: Reuters)


(vovworld) – ​ໂຄ​ສົກ​ກະຊວງພາຍ​ໃນ ອີຣັກ, ພົນ​ຈັດຕະວາ Saad Maan ​ໃຫ້​ຮູ້​ວ່າ: ​ໃນ​ວັນ​ທີ 27/4, ບັນດາ​ບັນ​ບິນ​ເອ​ລີກ​ອກ​ແຕຂອງ​ທະຫານ​​ປະ​ເທດນີ້​ໄດ​້ບຸກ​ໂຈມ​ຕີ​ຂະ​ບວນລົດ​ຂອງ​ກຳລັງ​ອິດສະ​ລາມ ຢູ່​ທາງ​ທິດຕາ​ເວັນ​ອອກ ຊີຣີ ​ເມື່ອ​ເຂົາ​ເຈົ້າ​ພວມ​ຊອກຫາ​ມາດ​ຕະການ​ສຳ​ພັດ​ເຂດ​ຊາຍ​ແດນ​ກັບ ອີຣັກ, ດັບ​ສູນ 8 ​ເປົ້າ​ໝາຍ. ນີ້​ແມ່ນ​ຄັ້ງ​ທຳ​ອິ​ດ, ທີ່ ອີຣັກ ຍອມ​ຮັບ​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ດ້ານ​ການ​ທະຫານ​ໃນ​ເຂດ​ດິນ​ແດນ​ຂອງ ຊີຣີ. ຕາມ​ພົນ​ຈັດຕະວາ Saad Maan ​ແລ້ວ, ກອງທັບ ອີຣັກ ​ໄດ້​ບຸກ​ໂຈມ​ຕີ​ລົດ​ຂົນ​ສົ່ງ​ນ້ຳມັນ​8 ຄັນ, ຢູ່​​ເຂດ Wadi Suwad ໃນ​​ດິນ​ແດນ ຊີຣີ, ​ເມື່ອຂະ​ບວນລົດ​ດັ່ງກ່າວ​​ໄດ້​ຊອກ​ຫາ​ວິທີ​ເຂົ້າ​ເຂດ​ດິນ​​ແດນ ອີຣັກ ​ເພື່ອ​ສະໜອງ​ນ້ຳມັນ​ເຊື້ອ​ໄຟ​ໃຫ້​ກຸ່ມ​ທະຫານ​ຂອງ​ອົງການ ອິດສະ​ລາມ​ ​ແຫ່ງ​ລັດ ອີຣັກ ​ແລະ ຕາ​ເວັນ​ອອກ​ໃກ້ (ISIL). ພົນ​ຈັດຕະວາ Saad Maan  ຢືນຢັນ​ຄວາມ​ຮັບຜິດຊອບ​ຂອງ​ກອງທັບ ອີຣັກ ​ແມ່ນ “ປົກ​ປັກ​ຮັກສາ​ເຂດ​ຊາຍ​ແດນ​ຂອງ​ປະ​ເທດ​ຕົນ ​ແລະ ປົກ​ປັກ​ຮັກສາຊາຍ​ແດນ​ຈາກ​ຝ່າຍ​ຊີຣີ ອີກ​ດ້ວຍ.”

ຂ່າວ/ບົດ​ອື່ນ