ອີຣັກຍາດສິດຄວບຄຸມຖານທີ່ໝັ້ນກອງທັບອາກາດແຫ່ງໜຶ່ງ

ອີຣັກຍາດສິດຄວບຄຸມຖານທີ່ໝັ້ນກອງທັບອາກາດແຫ່ງໜຶ່ງ - ảnh 1
ບັນ​ດາ​ມື​ປືນ​ຊາວ Kurd ຢູ່​ປ້ອມກວດ​ກາ​ທີ່​ນະ​ຄອນ Zummar ຂຶ້ນ​ກັບ Nineveth, ​ພາກ​ເໜືອ ອີ​ຣັກ ໃນ​ວັນ​ທີ 18/12
 (ພາບ: AFP/TTXVN)

(vovworld) - ວັນ​ທີ 21/12, ກອງ​ທັບ​ລັດ​ຖະ​ບານ ອີ​ຣັກ ຍາ​ດ​ສິ​ດ​ຄວບ​ຄຸມ​ຖານ​ທີ່​ໝັ້ນ​ກອງ​ທັບ​ອາ​ກາດ​ແຫ່ງ​ໜຶ່ງ​ຢູ່​ແຂວງ Nineveh, ທາ​ງ​ພາກ​ເໜືອ​ປະ​ເທດ​ນີ້. ພາຍຫຼັງ​ບຸກ​ໂຈມ​ຕີ​ທາ​ງອ​າ​ກາດ​ໃສ່​ບັນ​ດາ​ສະ​ຖານ​ທີ່​ຂອງ​ທະ​ຫານ​ກະ​ບົດ​ “ລັດ​ອິດ​ສະ​ລາມ​” ຂະ​ໜານ​ນາມ​ເອງ (IS) ຢູ່​ຖານ​ທີ່​ໝັ້ນ​ກອງ​ທັບ​ອາ​ກາດ​ຢູ່ Tal Afar, ຫ່າງ​ຈາກ​ເມືອງ​ເອກ Mosul ຂອງ​ແຂວງ Nineveh ໄປ​ທາງ​ທິດ​ຕາ​ເວັນ​ຕົກປະ​ມານ 70 ກມ , ກຳ​ລ​ັງ​ສຸ້​ຮົບ​ພິ​ເສດ​ຂອງ ອີ​ຣັກ ໄດ້​ດຳ​ເນີນ​ການ​ບຸກ​ໂຮມ​ຕີ​ທາງ​ບົກ​ເຂົ້າ​ຖານ​ທີ່​ໝັ້ນ​ແຫ່ງ​ດັ່ງ​ກ່າວ. ກອງ​ທັບ​​ໄດ້ຢືດ​ຄອງ​ບັນ​ດາ​ສາງ​ທະ​ຫານ​ຢູ່​ຖານ​ທີ່​ໝັ້ນ​ກອງ​ທັບ​ອາ​ກາດນີ້. ການ​ບຸກ​ໂຈມ​ຕີ​ແມ່ນ​ສ່ວນ​ໜຶ່ງ​ໃນ​ບັ້​ນ​ຮົບ​ດ້ວຍ​ຂອບ​ຂະ​ໜາດ​ໃຫຍ່​ກ່​ວາ​ເພື່ອ​ແນ​ໃສ່​ປົດ​ປ່ອຍ​ເທດ​ສະ​ບານ​ເມືອງ Tal Afar.


ຂ່າວ/ບົດ​ອື່ນ