ອີຣັກປຸກລະດົມບັ້ນຮົບປົດປ່ອຍ Mosul

ອີຣັກປຸກລະດົມບັ້ນຮົບປົດປ່ອຍ Mosul - ảnh 1
(ພາບປະກອບ/TTXVN)

(vovworld) - ຕອນ​ເຊົ້າ​ວັນ​ທີ 17/10, ທ່ານ​ນາຍົກລັດຖະມົນຕີ, ທັງ​ເປັນ​ຜູ້​ບັນຊາ​ການ​ໃຫຍ່​ບັນດາ​ກຳລັງ​ປະກອບ​ອາວຸດ ອີຣັກ Haider al – Abadi ​ໄດ້​ແຈ້ງ​ໃຫ້​ຮູ້​ກ່ຽວ​ກັບ​ເລື່ອງ​ເລີ່​ມຕົ້ນ​ບັ້ນ​ຮົບ​ຕ່າງໆ​ເພື່ອ​ຢືດ​ເອົາ​ສິດ​ຄວບ​ຄຸມ​ນະຄອນ Mosul ​ເໜືອ ຈາກ​ອົງການ​ ລັດ​ອິດສະ​ລາມ IS. ກ່າວ​ຄວາມ​ເຫັນ​ທາງ​ໂທລະພາບ ອີຣັກ, ທ່ານ Haider al – Abadi ຖະ​ແຫຼ​ງວ່າ “​​ຮອດເວລາ​ໄດ້​ຮັບ​ໄຊຊະນະ​ແລ້ວ ​ແລະ ບັນດາ​ບັ້ນ​ຮົບ​ປົດ​ປ່ອຍ Mosul  ອອກ​ຈາກ​ການ​ໃຊ້​ຄວາມ​ຮຸ້ນ​ແຮງ ​ແລະ ການ​ກໍ່​ການ​ຮ້າຍ​ຂອງ IS ກໍ່​ເລີ່​ມຕົ້ນ​“ ທ່ານ Haider al – Abadi ໃຫ້​ຮູ້​ວ່າ, ກຳລັງ​ນຳ​​ພາບັ້ນ​ຮົບປົດ​ປ່ອຍ​ແມ່ນ​ກອງທັບ ອີຣັກ ພ້ອມ​ກັບ​ກຳລັງ​ຕຳຫຼວດ​ແຫ່ງ​ຊາດ.

ຂ່າວ/ບົດ​ອື່ນ