ອີຣັກປະຕິເສດເລື່ອງຕວກກີເຂົ້າຮ່ວມບັ້ນຮົບປົດປ່ອຍMosul

ອີຣັກປະຕິເສດເລື່ອງຕວກກີເຂົ້າຮ່ວມບັ້ນຮົບປົດປ່ອຍMosul - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອີ​ຣັກ, Haider Al Abadi
(ພາບ: Reuters)

(vovworld) - ວັນ​ທີ 22/10, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອີ​ຣັກ, Haider Al Abadi ໄດ້​ປະ​ຕິ​ເສດ​ຄຳ​ສະ​ເໜີ​ຈາກ​ຝ່າຍ​ລັດ​ຖະ​ບານ​ຕວກ​ກີ ກ່ຽວ​ກັບ​ເລື່ອງ​ໃຫ້​ປະ​ເທດນີ້​ເຂົ້າ​ຮ່ວມໂດຍ​ກົງບັ້ນ​ຮົບ​ປົດ​ປ່ອຍ​ນະ​ຄອນ Mosul, ເຊິ່ງ​ແມ່ນເຮືອ​ນ​ຮັງ​ຂອງ​ອົງ​ການ​ລັດ​ອິດ​ສະ​ລາມ (IS ອ້າງ​ຊື່​ເອງ) ຢູ່​ອີ​ຣັກ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ກັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊ້ວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ Ashton Carter ຢູ່​ນະ​ຄອນ​ຫຼວງ ແບກ​ແດດ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Haider Al Abadi ໄດ້​ຂອບ​ໃຈ​ຄຳ​ສະ​ເໜີ​ຂອງ​ຕວກ​ກີ ແຕ່​ເນັ້ນ​ໜັກ​ວ່າ, ບັ້ນ​ບ​ຸກ​ໂຈມ​ຕ​ີ​ແນ​ໃສ່​ນະ​ຄອນ Mosul ແມ່ນ​ໂດຍອີ​ຣັກ ລິ​ເລີ່ມ ແລະ ສ້າງ​ແຜນ​ການ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Haider Al Abadi ຖ​ະ​ແຫຼງວ່າ, ບັນ​ດາ​ກຳ​ລັງ​ອີ​ຣັກ ຈະ​ແມ່ນ​ກຳ​ລັງ​ຫຼັ​ກ​ແຫຼ່ງ ແລະ ​ມີ​ຄວາມ​ສາມາດ​ປົດ​ປ່ອຍ​ນະ​ຄອນ Mosul ໄດ້ ຫາກບໍ່​ຕ້ອງ​ການ​ການ​ໜູນ​ຊ່ວຍ​ຈາກ​ຕວກ​ກີ.

ຂ່າວ/ບົດ​ອື່ນ