ອີຣັກຜັນຂະຫຍາຍບັ້ນກວາດລ້າງ IS ໄລຍະທີ 2

(VOVWORLD) -ວັນທີ 20 ກໍລະກົດ, ບັນດາກຳລັງປ້ອງກັນຄວາມສະຫງົບອີຣັກ ເລີ່ມຜັນຂະຫຍາຍໄລຍະທີ 2 ຂອງບັ້ນກວາດລ້າງບັນດາມືປືນຂອງອົງການ IS ທີ່ພວມຊ້ອນຕົວຢູ່ເຂດທາງທິດເໜືອນະຄອນຫຼວງ ແບກແດດ ແລະ ບັນດາເຂດໃກ້ຄຽງ.

ທ່ານນາຍົກລັດຖະມົນຕີ Adel Abdul Mahdi ໄດ້ຕິດຕາມກວດກາບັ້ນຮົບດັ່ງກ່າວນັ້ນໂດຍກົງ.

        ກ່ອນໜ້ານັ້ນ, ໄລຍະ 1 ແມ່ນໄດ້ຜັນຂະຫຍາຍມາແຕ່ວັນທີ 07 ກໍລະກົດ, ບັນດາກຳລັງປ້ອງກັນຄວາມສະຫງົບອີຣັກ ໄດ້ເປີດບັ້ນຮົບກວາດລ້າງພວກ IS ຢູ່ບັນດາເຂດທະເລຊາຍ, ເຂດທຸລະດັນດານຂອງແຂວງ Anbar, Salahudin ແລະ Nineveh ຕະຫຼອດຮອດເຂດທີ່ຕິດກັບຊີຣີ.

ຕອບກັບ

ຂ່າວ/ບົດ​ອື່ນ