ອີຣັກຢືດເອົານະຄອນບູຮານ Nimrud

ອີຣັກຢືດເອົານະຄອນບູຮານ Nimrud - ảnh 1
(ພາບ​ປະ​ກອບ: THX/TTXVN)

(vovworld) - ​​​ ​​ ​ກອງ​ທັບ​ອີ​ຣັກ ແຈ້ງ​ໃຫ້​ຮ​ູ້ວ່າ ​ເຂົາ​ເຈົ້າ​ໄດ້​ຢືດ​ນະ​ຄອນ​​ບູ​ຮານ Nimrud ຄືນ​ໃໝ່ຈາກອົງ​ການ “ລັດ​ອິດ​ສະ​ລາມ” (IS) ອ້າງ​ຊື່​ເອງ ເຊິ່ງ​ຖືກ​ຍືດ​ຄອງກ່ອນນີ້​ເກືອບ 2 ປີ. ຖະ​ແຫຼງ​ການ​ໃນ​ວັນ​ທີ 13/11 ຂອງກອງ​ທັບ​ອີ​ຣັກ ຊີ້​ແຈ້ງວ່າ, ບັນ​ດາ​ພົນ​ທະ​ຫານ​ໄດ້​ປົດ​ປ່ອຍ​ນະ​ຄອ​ນ Nimrud. ເດືອ​ນ 04/2016, ກຸ່ມ​ພວກ​ກະ​ບົດ IS ໄດ້ອັບ​ວີ​ດີ​ໂອ​​ທາງອີນ​ເຕີ​ແນັດ​​ ສະ​ແດງໃຫ້​ເຫັນ​ວ່າ, ບັນ​ດາ​ມື​ປືນ​ໄດ້​ທຳ​ລາຍ​ກ້ຽງນະ​ຄອນ​​ບູ​ຮານ Nimrud ດ້ວຍເຄື່ອງ​ເຈ​າ​ະ ແລະ ວັດ​ຖຸ​ລະ​ເບີດ. ນະ​ຄອນ​​ບູ​ຮານ Nimrud ໄດ້​ຮັບ​ການ​ສ້າງ​ຕັ້ງ​ແຕ່​ສະ​ຕະ​ວັດ​ທີ 13 ​ກ່ອນ​ຄິດ​ທະ​ສັກ​ກະ​ຫຼາດຢູ່​ແຄມຝັ່ງ​ແມ່​ນ້ຳ Tigris. ນະ​ຄອນ​ນີ້​ມີ​ວັງ​ ແລະ ອະ​ນຸ​ສາ​ວະ​ລີຫຼາຍ​ຫຼັງ, ເຊິ່ງໄດ້​ດຶງດ​ູດ​ນັກຄົ້ນ​ຄວ້າ​ບູ​ຮ​າ​ນ​ຫຼາຍ​ຄົນ​ໃນ​ທົ່ວ​ໂລກ​.

ຂ່າວ/ບົດ​ອື່ນ