ອີ​ຣັກລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ພະ​ລັງ​ງານ​ດ້ວ​ຍມ​ູນ​ຄ່າ 53 ຕື້ USD ກັບ ອາ​ເມ​ລິ​ກາ ແລະ ຈ​ີນ

(VOVWORLD) - ທ່ານ Mahdi ຢັ້ງຢືນວ່າ ໂຄງການຈະສ້າງ ວຽກເຮັດງານທຳໃຫ້ແກ່ປະຊາຊົນ ເປັນຈຳນວນຫຼວງຫຼາຍ ແລະ ປະເທດນີ້ຈະສ້າງລາຍຮັບໄດ້ປະມານ 400 ຕຶ້ USD ພາຍໃນ 30 ປີ ຫຼັງຈາກຂໍ້ຕົກລົງມີຜົນສັກສິດ.
ອີ​ຣັກລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ພະ​ລັງ​ງານ​ດ້ວ​ຍມ​ູນ​ຄ່າ 53 ຕື້ USD ກັບ ອາ​ເມ​ລິ​ກາ ແລະ ຈ​ີນ - ảnh 1ບໍ່ນ້ຳມັນ Majnoon ຢູ່ນະຄອນ Basra ປະເທດ ອີຣັກ(ພາບ: AFP/TTXVN)

       ວັນທີ 7 ພຶດສະພາ, ທ່ານ Adel Abdul Mahdi ນາຍົກລັດຖະມົນຕີ ອີຣັກໃຫ້ຮູ້ວ່າ ອີຣັກ ຈະລົງນາມໃນຂໍ້ຕົກລົງທາງດ້ານພະລັງງານດ້ວຍມູນຄ່າ 53 ຕື້ USD ກັບກຸ່ມບໍລິສັດ Exxon Mobil ຂອງອາເມລິກາ ແລະ PetroChina ຂອງຈີນ ເພື່ອແນໃສ່ເພີ່ມທະວີປະລິມານການຜະລິດນ້ຳມັນຂອງປະເທດນີ້.

        ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວພາຍຫຼັງກອງປະຊຸມປະຈຳອາທິດຂອງຄະນະລັດຖະບານ, ທ່ານ Mahdi ໃຫ້ຮູ້ວ່າລັດຖະບານ ອີຣັກ “ໜູນຊ່ວຍກະຊວງນ້ຳມັນອາຍແກັສເພື່ອລົງນາມໃນຂໍ້ຕົກລົງກັບກຸ່ມບໍລິສັດ Exxon Mobil ຂອງ ອາເມລິກາ ແລະ PetroChina ຂອງຈີນ ດ້ວຍມູນຄ່າ 53 ຕື້ USD ແລະ ນີ້ແມ່ນໂຄງການທີ່ໃຫຍ່”. ຕາມນັ້ນແລ້ວ, ໂຄງການດັ່ງກ່າວ ກ່ຽວຂ້ອງເຖິງການສູບນ້ຳທະເລເຂົ້າບັນດາບໍ່ນ້ຳມັນຂອງ ອີຣັກ ກໍ່ຄືການເພີ່ມປະລິມານການຜະລິດນ້ຳມັນຢູ່ 2 ບໍ່ນ້ຳມັນຄື Nahr Bin Umar ແລະ Artawi ປະມານແຕ່ 100.000 - 125.000 ຖັງ/ມື້ໃນປັດຈຸບັນ ຂຶ້ນເຖິງ 500.000 ຖັງ/ມື້. ທ່ານ Mahdi ຢັ້ງຢືນວ່າ ໂຄງການຈະສ້າງ ວຽກເຮັດງານທຳໃຫ້ແກ່ປະຊາຊົນ ເປັນຈຳນວນຫຼວງຫຼາຍ ແລະ ປະເທດນີ້ຈະສ້າງລາຍຮັບໄດ້ປະມານ 400 ຕຶ້ USD ພາຍໃນ 30 ປີ ຫຼັງຈາກຂໍ້ຕົກລົງມີຜົນສັກສິດ.

ຕອບກັບ

ຂ່າວ/ບົດ​ອື່ນ