ອີຣັກສະກັດກັ້ນການບຸກໂຈມຕີສະຫຼະຊີບ2ຄັ້ງຢູ່ນະຄອນ Kirkuk

ອີຣັກສະກັດກັ້ນການບຸກໂຈມຕີສະຫຼະຊີບ2ຄັ້ງຢູ່ນະຄອນ Kirkuk - ảnh 1
ກຳ​ລັງ​ປ້ອງ​ກັນ​ຄວາ​ມ​ສະ​ຫງົບໄດ້​ຈັບ​ຕົວ​ເປົ້າໝາຍ
ຕັ້ງ​ໃຈ​ເຮັດ​ໃຫ​້​ລະ​ເບີດ​​​ທີ່​ຕິດ​ຢູ່​ກັບ​ຕົວ​ເອງແຕກ​ຢ່າງ​ທັນ​ການ
(ພາບ: AFP/TTXVN)

(vovworld) - ວົງ​ການ​ເຈົ້າ​ໜ້າ​ທີ່ປ້ອງ​ກັນ​ຄວາມ​ສະ​ຫງົບ​ອີ​ຣັກ ໃຫ້​ຮູ້​ວ່າ, ​ວັນ​ທີ 21/08, ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຂອງ​ປະ​ເທດນີ້ໄດ້​ສະ​ກັດ​ກັ້ນການ​ວາງ​ລະ​ເບີດ​ສະ​ຫຼະ​ຊ​ີບ 2 ຄັ້ງ, ​ໂດຍບັນ​ດາ​ເປົ້າ​ໝາຍ​ຖືກ​ສົງ​ໄສວ່າຂຶ້ນ​ກັບ​ອົງ​ການ​ລັດ​ອິ​ດ​ສະ​ລາມ (IS) ອ້າງ​ຊື່​ເອງ, ຄາດ​ວ່າ​ຈະ​ບຸກ​ໂຈມ​ຕີ​ໃສ່ໂບດ​ອິ​ດ​ສະ​ລາມ​ນິ​ກາຍ ​ຊີ​ອາ 2 ແຫ່ງ ຢູ່​ນະ​ຄອນ Kirkuk, ທາງ​ພາກ​ເໜືອ​ປະ​ເທດ​ນີ້. ໃນ​ເຫດ​ການ​ຢູ່​ທາງ​ທິດຕາ​ເວັນ​ຕົກ Kirkuk, ​ເປົ້າ​ໝາຍ​ວາງ​​ລະ​ເບີດສະ​ຫຼະ​ຊີບໄດ້​ຊອກ​ວິ​ທີ​ບຸກເຂົ້າ​ໂບດ​ແຫ່ງ​ໜຶ່ງທີ່​ມີ​ສາ​ສະ​ນິກ​ກະ​ຊົນພວມ​ພາ​ວະ​ນາ ເປັນ​ຈຳ​ນວນ​ຫຼວງ​ຫຼາຍ, ເມື່ອ​​ຖືກກຳ​ລັງ​ປ້ອງ​ກັນກີດ​ຂວາງ, ເປົ້າ​ໝາຍ​ດັ່ງ​ກ່າວໄດ້​ເຮັດ​ໃຫ້​ລະ​ເບີດ​ທີ່​ຢູ່​​ໃນ​ເສື້ອແວັດແຕກ, ເຮັ​ດ​ໃຫ້ 4 ຄົນ​ຖື​ກ​ຮັບ​ບາດ​ເຈັບ, ໃນ​ນັ້ນ​ມີ​ພາ​ລະ​ກອນ​ປ້ອງ​ກັນ​ຄວາມ​ສະ​ຫງົບ 2 ຄົນ.

        ໃນ​ເຫດ​ການ​ທີ 2, ຫົວ​ໜ້າ​ຕຳ​ຫຼອດ​ນະ​ຄອນ Kirkuk, Khattab Omar Aref ໃຫ້​ຮູ້​ວ່າ, ມີ​ເຍົາ​ວະ​ຊົນ​ຜູ້​ໜຶ່ງ​ອາ​ຍຸ 15 ປີ, ຕັ້ງ​ໃຈ​ເຮັດ​ໃຫ​້​ລະ​ເບີດ​​​ທີ່​ຕິດ​ຢູ່​ກັບ​ຕົວ​ເອງແຕກຢູ່​ໂບດ​ແຫ່ງ​ໜຶ່ງ​ອື່ນອີກ​ທີ່​ຢູ່​ໃຈ​ກາງ​ນະ​ຄອນ Kirkuk. ແຕ່​ວ່າ, ກຳ​ລັງ​ປ້ອງ​ກັນ​ຄວາ​ມ​ສະ​ຫງົບໄດ້​ຈັບ​ຕົວ​ເປົ້າໝາຍນີ້​ຢ່າງ​ທັນ​ການ. ປະ​ຈຸ​ບັນ, ຍັງ​ບໍ່​ທັນ​ມີ​ກຸ່ມ​ໃດ​ກ່າວ​ຮັບ​ຜິດ​ຊອບ​ຢືນ​ຢູ່​ເບື້ອງ​ຫຼັງ 2 ເຫດ​ການ​ດັ່ງ​ກ່າວ​ຢູ່ Kirkuk ເທື່ອ.

ຂ່າວ/ບົດ​ອື່ນ