ອີຣັກເປີດບັ້ນບຸກໂຈມ ຕີທະຫານກະບົດ ດ້ວຍຂະໜາດໃຫ່ຍ


ອີຣັກເປີດບັ້ນບຸກໂຈມ ຕີທະຫານກະບົດ ດ້ວຍຂະໜາດໃຫ່ຍ - ảnh 1

(ພາບ: EPA))

(vovworld)- ວັນ​ທີ 19/1, ກອງທັບ​ອີຣັກ ​ໄດ້​ເປີດ​ບັ້ນບຸກ​ໂຈມ​ຕີຂະໜາດ​ໃຫ່ຍ​ໃສ່ທະຫານ​ກະບົດ​ຢູ່​ນະຄອນ Ramadi ຂຶ້ນ​ກັບ​ແຂວງ Anbar ​ເພື່ອ​ແນ​ໃສ່​ຢຸດຕິ​ວິ​ກິດ​ການ​ທີ່​ແກ່ຍາວ​ໃນ​ຫຼາຍ​ອາທິດ​ຜ່ານ​ມາ ​ແລະ ກະກຽມ​​ໃຫ່​ແກ່ການ​ເລືອກ​ຕັ້ງທົ່ວ​ປະ​ເທດ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ເດືອນ 4/2014 ຈະ​ມາ​ເຖິງ. ​ໂດຍ​ມີ​ການ​ໜູນ​ຊ່ວຍ​ຂອງ​ຕຳຫຼວດ, ບັນດາ​ມື​ປືນ​ສະໜັບ ສະໜູນ​ລັດຖະບານ, ກຳລັງ​ດ່ວນ ​ແລະ ການ​ໜູນ​ຫຼັງ​ຂອງ​ເຮືອບິນ​ແອ​ລີກ​ອບ​ແຕສູ້​ຮົບ, ກອງທັບ​ອີຣັກ ​ໄດ້​ເປີດບັ້ນຮົບ​ທີ່​ມີ​ຂອບ​ຂະໜາດ​ໃຫ່ຍ ​ແນ່​ໃສ່​ພວກ​ທະຫານ​ກະບົດ, ພາກສ່ວນ​ກໍ່​ການ​ຮ້າຍ​ອານ​ເກ​ດາ ຢູ່ Ramadi. ຈຸດໝາຍ​ຂອງ​ບັ້ນຮົບ​ແມ່ນ​ຍຶດ​ເອົາ 5 ​ເຂດ​ອ້ອມ​ແອ້ມ​ນະຄອນ Ramadi ​ແລະ Fallujah ຊື່​ງປະຈຸ​ບັນຍັງ​ຢູ່ພາຍ​ໃຕ້​ສິດ​ຄວບ​ຄຸມ​ຂອງ​ພວກ​ທະຫານ​ກະບົດ./.

ຂ່າວ/ບົດ​ອື່ນ