ອີຣັກເປີດບັ້ນຮົບດ້ວຍຂອບຂະໜາດໃຫຍ່ຕ້ານ IS ຢູ່ທາງທິດຕາເວັນຕົກ

(VOVWORLD) -ວັນທີ 03 ພະຈິກ, ກຳລັງປ້ອງກັນຄວາມສະຫງົບອີຣັກ ເລີ່ມດຳເນີນບັ້ນຮົບທີ່ມີຂອບເຂດໜາດໃຫຍ່ແນໃສ່ຕີໃຫ້ພວກ IS ອອກຈາກເຂດທາງທິດຕາເວັນຕົກຂອງປະເທດນີ້.

ໂຄສົກຂອງກອງບັນຊາການບັນດາບັ້ນຮົບຮ່ວມອີຣັກ, ນາຍພົນ Yahya Rasoul ໃຫ້ຮູ້ວ່າ, ບັ້ນຮົບດັ່ງກ່າວໄດ້ຮັບການຜັນຂະຫຍາຍເພື່ອແນໃສ່ກວາດລ້າງພວກ IS ທີ່ຍັງເຫຼືອຢູ່ເຂດທະເລຊາຍທີ່ກວ້າງໃຫຍ່ລະຫວ່າງບັນດາແຂວງ Salahudin, Nineveh ແລະ Anbar. ຫຼັງຈາກນັ້ນ, ກຳລັງປ້ອງກັນຄວາມສະຫງົບຈະເດີນທາງໄປທາງທິດຕາເວັນຕົກ ມາໃກ້ກັບເຂດຊາຍແດນຊີຣີ ແລະ ສະກັດກັ້ນບັນດາການແຊກຊຶມຂອງບັນດາມືປືນ IS ທີ່ເດີນທາງໄປຈາກຊີຣີ ເຖິງ ອີຣັກ.

ຕອບກັບ

ຂ່າວ/ບົດ​ອື່ນ