ອີຣັກແລະອາເມລິກາປຶກສາຫາລືແຜນການບຸກຕີISໃຫ້ອອກຈາກນະຄອນMosul

ອີຣັກແລະອາເມລິກາປຶກສາຫາລືແຜນການບຸກຕີISໃຫ້ອອກຈາກນະຄອນMosul - ảnh 1
ທ່ານ​ນາຍົກລັດຖະມົນຕີ ອີຣັກ Haider Al Abadi
(ພາບ: EPA/TTXVN)

(vovworld) - ​ ວັນ​ທີ 31/07 ຫ້ອງ​ວ່າການ​ສຳນັກງານ​ນາຍົກລັດຖະມົນຕີ ອີຣັກ ​ໃຫ້​ຮູ້​ວ່າ, ຢູ່​ນະ​ຄອນຫລວງ Baghdad, ທ່ານ​ນາຍົກລັດຖະມົນຕີ ອີຣັກ Haider Al Abadi ພົບ​ປະ​​ເຈລະຈາກັບ​ທ່ານ​ນາຍ​ພົນ Joseph Dunford ປະທານ​ສະພາ​ເສນາ​ທິການ​ໃຫຍ່ທະ​ຫານ​ປະສົມ ອາ​ເມ​ລິ​ກາ ​ເພື່ອ​ປຶກສາ​ຫາລື​ບັນດາ​ແຜນການ​ບຸກຕີ​ກຸ່ມ “ລັດ​ອິດສະ​ລາມ​” (IS) ອ້າງ​ຊື່​ເອງ​ໃຫ້​ອອກ​ຈາກ​ນະຄອນ Mosul. 2 ຝ່າຍ​ປຶກສາ​ຫາລື​ເລື່ອງ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ບັນດາ​ຂົງ​ເຂດ​ຊ້ອມ​ຮົບ, ປະກອບ​ອາວຸດ ​ແລະ ບັນດາ​ແຜນການ​ປົດ​ປ່ອຍ Mosul. Mosul ​ແມ່ນ​ນະຄອນ​ສຸດ​ທ້າຍ​ຍັງ​ຖືກ IS ຢຶດຄອງ​ຢູ່ ອີຣັກ, ​ແຕ່​ເລື່ອງ​ຢຶດ​ຄອງ​​ນະ​ຄອນ​ນີ້ ພວມ​ແມ່ນ​ການ​ທ້າ​ທາຍ​ອັນໃຫຍ່​ຫລວງ.

ຂ່າວ/ບົດ​ອື່ນ