ອີ​ຣານ: ການເຈ​ລະ​ຈາ​ກ່ຽວ​ກັບ​ນິວ​ເຄຼຍ ພ​ວມ​ດຳ​ເນີນ​ຜ່ານ​ບາງ​ຊ່ອງ​ທີ່​ກ່ຽວ​ຂ້ອງ

(VOVWORLD) -ໂຄສົກ Nasser Kanaani ເນັ້ນໜັກວ່າ ອີຣານ ພ້ອມແລ້ວທີ່ຈະບັນລຸໄດ້ຂໍ້ຕົກລົງຟື້ນຟູເອກະສານທີ່ມີຊື່ຢ່າງເປັນທາງການວ່າ ແຜນການກະທຳຮ່ວມຮອບດ້ານ (JCPOA), ໂດຍອີງຕາມຂໍ້ສະເໜີຂອງສະຫະພາບເອີລົບ (EU).
ອີ​ຣານ: ການເຈ​ລະ​ຈາ​ກ່ຽວ​ກັບ​ນິວ​ເຄຼຍ ພ​ວມ​ດຳ​ເນີນ​ຜ່ານ​ບາງ​ຊ່ອງ​ທີ່​ກ່ຽວ​ຂ້ອງ - ảnh 1ການເຈລະຈາເພື່ອແນໃສ່ຟື້ນຟູຂໍ້ຕົກລົງນິວເຄຼຍ ອີຣານ ຢູ່ ວຽນນາ, ປະເທດໂອຕາລິດ
(ພາບ: AFP/TTXVN )

ວັນທີ 9 ມັງກອນ, ສຳນັກຂ່າວສານ IRNA ໄດ້ຄັດສະເໜີແຫຼ່ງຂ່າວ ຈາກກະຊວງການຕ່າງປະເທດ ອີຣານ ໂດຍໃຫ້ຮູ້ວ່າ ບັນດາການເຈລະຈາເພື່ອແນໃສ່ຟື້ນຟູ ຂໍ້ຕົກລົງນິວເຄຼຍ ເຊິ່ງປະເທດນີ້ລົງນາມກັບບັນດາປະເທດມະຫາອຳນາດຝ່າຍຕາເວັນຕົກ ພວມດຳເນີນໄປຜ່ານຊອງທາງທີ່ກ່ຽວຂ້ອງ ຕາມຂໍ້ສະເໜີຂອງສອງຝ່າຍ. ໂຄສົກ Nasser Kanaani ເນັ້ນໜັກວ່າ ອີຣານ ພ້ອມແລ້ວທີ່ຈະບັນລຸໄດ້ຂໍ້ຕົກລົງຟື້ນຟູເອກະສານທີ່ມີຊື່ຢ່າງເປັນທາງການວ່າ ແຜນການກະທຳຮ່ວມຮອບດ້ານ (JCPOA), ໂດຍອີງຕາມຂໍ້ສະເໜີຂອງສະຫະພາບເອີລົບ (EU). ເຖິງຢ່າງໃດກໍ່ຕາມ, ເລື່ອງບັນລຸໄດ້ຂໍ້ຕົກລົງແມ່ນວິວັດການສອງຝ່າຍ, ພ້ອມທັງໃສ່ໃຈວ່າ “ອາເມລິກາ ແມ່ນປະເທດ ລະເມີດຄຳໝັ້ນສັນຍາຕາມຂໍ້ຕົກລົງນິວເຄຼຍ ແລະ ຕ້ອງມີຄວາມຮັບຜິດຊອບກ່ຽວກັບການກະທຳຂອງຕົນ”.

JCPOA ໂດຍອີຣານ ແລະ ບັນດາປະເທດກຳມະການປະຈຳການສະພາຄວາມໝັ້ນຄົງ ສປຊ (ລວມມີ: ອາເມລິກາ, ອັງກິດ, ຝລັ່ງ, ຈີນ ແລະ ລັດເຊຍ) ພ້ອມກັບເຢຍລະມັນ ລົງນາມເມື່ອເດືອນກໍລະກົດປີ 2015. ເຖິງຢ່າງໃດກໍ່ຕາມ, ປີ 2018 ອາເມລິກາໄດ້ຖອນຕົວອອກຈາກຂໍ້ຕົກລົງສະບັບນີ້ ແລະ ຈັດວາງຄຳສັ່ງລົງໂທດດ້ານເສດຖະກິດ, ເຊິ່ງພາໄປເຖິງເລື່ອງ ອີຣານກໍ່ຫຼຸດລົງບັນດາຄຳໝັ້ນສັນຍາຂອງປະເທດນີ້ ໃນຂໍ້ຕົກລົງສະບັບດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ