ອີຣານ ກ່າວປະນາມບັນດາມາດຕະການລົງໂທດໃຫມ່ຂອງ ອາເມລິກາ

(VOVWORLD) -ວັນທີ 7 ກັນຍາ, Albania ໄດ້ຢຸດຕິການພົວພັນທາງການທູດກັບ ອີຣານ ພາຍຫລັງຄຳກ່າວຫາ ອີຣານ ປະຕິບັດການບຸກໂຈມຕີເລັ່ງໃສ່ຫນ້າເວັບຂອງ ລັດຖະບານ Albania ໃນວັນທີ 15 ກໍລະກົດ. 
ອີຣານ ກ່າວປະນາມບັນດາມາດຕະການລົງໂທດໃຫມ່ຂອງ ອາເມລິກາ - ảnh 1ທ່ານ Nasser Kanaani ໂຄສົກະຊວງການຕ່າງປະເທດ ອີຣານ  (ພາບ: tasnimnews)

ໃນຖະແຫລງການອອກ ວັນທີ 10 ກັນຍາ, ໂຄສົກະຊວງການຕ່າງປະເທດ ອີຣານ ທ່ານ Nasser Kanaani ໄດ້ກ່າວປະນາມບັນດາມາດຕະການລົງໂທດໃຫມ່ ຂອງ ອາເມລິກາ ຈັດວາງໃສ່ກະຊວງສືບລາຊະການລັບປະເທດນີ້ ໂດຍກ່າວຫາກະຊວງນີ້ມີສ່ວນກ່ຽວຂ້ອງເຖິງເຫດບຸກໂຈມຕີທາງເຄືອຂ່າຍອິນເຕີເນັດເມື່ອເດືອນ ກໍລະກົດ ເລັ່ງໃສ່ Albania, ຊື່ງແມ່ນພັນທະມິດຂອງ ອາເມລິກາ ໃນ (NATO). ໂຄສົກກະຊວງການຕ່າງປະເທດ ອີຣານ ຊີ້ແຈ້ງວ່າ ບັນດາມາດຕະການລົງໂທດໃຫມ່ນີ້ “ຈະບໍ່ສາມາດກໍ່ຄວາມວິຕົກກັງວົນໃດໃນຄວາມຕັດສິນໃຈຂອງຜູ້ທີ່ປະຕິບັດຫນ້າທີ່ປົກປັກຮັກສາຄວາມສະຫງົບປອດໄພໃຫ້ແກ່ປະຊາຊົນ ອີຣານ”

ຖະແຫລງການຂອງກະຊວງການຕ່າງປະເທດ ອີຣານ ໄດ້ຍົກອອກມາ ພາຍຫລັງ ວັນທີ 9 ກັນຍາ, ກະຊວງການເງິນ ອາເມລິກາ ຈັດວາງຄຳສັ່ງລົງໂທດກະຊວງສືບລາຊະການລັບ ອີຣານ ແລະ ຫົວຫນ້າກະຊວງນີ້.

ກ່ອນຫນ້ານັ້ນ ວັນທີ 7 ກັນຍາ, Albania ໄດ້ຢຸດຕິການພົວພັນທາງການທູດກັບ ອີຣານ ພາຍຫລັງຄຳກ່າວຫາ ອີຣານ ປະຕິບັດການບຸກໂຈມຕີເລັ່ງໃສ່ຫນ້າເວັບຂອງ ລັດຖະບານ Albania ໃນວັນທີ 15 ກໍລະກົດ.

ຕອບກັບ

ຂ່າວ/ບົດ​ອື່ນ