ອີ​ຣານ​ ກ່າວ​ເຕືອນ​ຈະ​ຕ້ານ​ຄືນ​ມະ​ຕິ​ຂອງ IAEA

(VOVWORLD) -ຖ້າຫາກວ່າ ອົງການພະລັງງານປະລະມານູສາກົນ (IAEA) ອອກມະຕິກ່າວປະນາມເລື່ອງ ເຕເຮຣານ ຢຸດຕິບັນດາການເຄື່ອນໄຫວກວດການິວເຄຼຍຂອງອົງການນີ້, ອີຣານ ຈະຕ້ານຄືນມະຕິສະບັບດັ່ງກ່າວ. 
ອີ​ຣານ​ ກ່າວ​ເຕືອນ​ຈະ​ຕ້ານ​ຄືນ​ມະ​ຕິ​ຂອງ IAEA - ảnh 1ສະຖານທີ່ຜະລິດນິວເຄຼຍ ອີຣານ ( ພາບເອກະສານ: AFP/TTXVN))

ວັນທີ 2 ມີນາ, ອຳນາດການປົກຄອງ ເຕເຮຣານ ໄດ້ອອກຄຳກ່າວເຕືອນດັ່ງກ່າວ ໃນສະພາບການທີ່ ອັງກິດ, ຝລັ່ງ ແລະ ເຢຍລະມັນ - ເຊິ່ງເປັນ 3 ປະເທດ ເອີຣົບ ທີ່ເຂົ້າຮ່ວມຂໍ້ຕົກລົງ ນິວເຄຼຍ ອີຣານ ເມື່ອປີ 2015 ນັ້ນ, ອາດຈະອອກມະຕິກ່າວປະນາມ ອີຣານ ໃນກອງປະຊຸມຂອງສະພາຜູ້ວ່າການອົງການ IAEA ເຊິ່ງຈະຈັດຂຶ້ນໃນອາທິດນີ້. ທ່ານ Ali Rabiei ໂຄສົກຂອງລັດຖະບານ ອີຣານ ເນັ້ນໜັກວ່າ ອີຣານ ຫວັງວ່າ ທຸກໆຝ່າຍຈະມີການກະທຳທີ່ສະຫຼາດສ່ອງໃສ ແລະ ລະມັດລະມັງ”, ພ້ອມທັງຢັ້ງຢືນວ່າ ເຕເຮຣານ ຍັງຄົງໃຫ້ຄຳໝັ້ນສັນຍາຈະສືບຕໍ່ປະຕິບັດມາດຕະການແກ້ໄຂທາງການທູດ. ໃນຂະນະນັ້ນ, ຕາມເອກະສານທີ່ນຳໃຊ້ພາຍໃນຂອງ ອີຣານ ຢູ່ ວຽນ ແລ້ວ, ມະຕິດັ່ງກ່າວຂອງ ອົງການ IAEA ຈະຍົກເລີກຂໍ້ຕົກລົງຊົ່ວຄາວ ທີ່ມີຜົນສັກສິດພາຍໃນ 3 ເດືອນ ເຊິ່ງ ອີຣານ ແລະ ອົງການ IAEA ບັນລຸໄດ້ໃນວັນທີ 21 ກຸມພາ.


ຕອບກັບ

ຂ່າວ/ບົດ​ອື່ນ