ອີຣານ ກ່າວເຕືອນຈະພິຈາລະນາບັນດາຄຳໝັ້ນສັນຍາກັບ IAEA ຄືນໃໝ່

(VOVWORLD) - ວັນທີ 01 ທັນວາ, ອີຣານ ກ່າວເຕືອນວ່າ ອາດຈະພິຈາລະນາບັນດາຄຳໝັ້ນສັນຍາຂອງປະເທດນີ້ກັບອົງການຕິດຕາມກວດກາປະລະມານູສະຫະປະຊາຊາດ, ຖ້າຫາກໃນຂໍ້ຕົກລົງນິວເຄຼຍ ອີຣານ 2015 ບັນດາຄູ່ຮ່ວມມື ເອີຣົບ ສ້າງກົນໄກທີ່ອາດຈະພາໄປເຖິງບັນດາມາດຕະການລົງໂທດ ອີຣານ.
ອີຣານ ກ່າວເຕືອນຈະພິຈາລະນາບັນດາຄຳໝັ້ນສັນຍາກັບ IAEA ຄືນໃໝ່ - ảnh 1ອີຣານ ກ່າວເຕືອນຈະພິຈາລະນາບັນດາຄຳໝັ້ນສັນຍາກັບ IAEA ຄືນໃໝ່ (ພາບ: IRNA/TTXVN)

        ຂໍ້ຕົກລົງນິວເຄຼຍລົງນາມໃນປີ 2015 ລະຫວ່າງ ອີຣານ ແລະ ກຸ່ມ P5+1 (ລວມມີ: ອັງກິດ, ຝຣັ່ງ, ອາເມລິກາ, ລັດເຊຍ, ຈີນ ແລະ ເຢຍລະມັນ) ຫຼື ເອີ້ນວ່າ ແຜນການດຳເນີນງານຮ່ວມຮອບດ້ານ (JCPOA), ແນໃສ່ ຈຳກັດໂຄງການນິວເຄຼຍຂອງ ອີຣານ, ເພື່ອແລກເອົາເລື່ອງຍົກເລີກບັນດາມາດຕະການລົງໂທດແນໃສ່ ເຕເຮຣານ. ຂໍ້ຕົກລົງສະດັບດັ່ງກ່າວ ພວມຢືນຢູ່ຕໍ່ໜ້າໄພຍຸບເລີກ ພາຍຫລັງ ອາເມລິກາ ຖອນຕົວອອກຈາກຂໍ້ຕົກລົງ ແລະ ຈັດວາງບັນດາມາດຕະການລົງໂທດ ອີຣານ ຄືນໃໝ່ ໃນເດືອນ ພຶດສະພາ 2018 ເພື່ອບັງຄັບບັນດາຝ່າຍກັບຄືນສູ່ການເຈລະຈາ ເພື່ອປັບປຸງຂໍ້ຕົກລົງ.

ຕອບກັບ

ຂ່າວ/ບົດ​ອື່ນ