ອີຣານ ກ່າວເຕືອນຍຸດທະສາດນິວເຄຼຍຂອງ ອາເມລິກາ ຕໍ່ ອີຣານ ຈະເຮັດໃຫ້ ອາເມລິກາ ຕົກຢູ່ໃນສະພາບໂດດດ່ຽວ

(VOVWORLD) - ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Mohammad Javad Zarif ໄດ້ກ່າວເຕືອນວ່າ ບັນດາຍຸດທະສາດຂອງ ອາເມລິກາ ທີ່ກ່ຽວຂ້ອງເຖິງ ອີຣານ ຫວ່າງແລ້ວນີ້ ຈະເຮັດໃຫ້ ອາເມລິກາ ຖືກຕົກຢູ່ໃນສະພາບໂດດດ່ຽວກ່ວາ ໃນປະຊາຄົມສາກົນ.
ອີຣານ ກ່າວເຕືອນຍຸດທະສາດນິວເຄຼຍຂອງ ອາເມລິກາ ຕໍ່ ອີຣານ ຈະເຮັດໃຫ້ ອາເມລິກາ ຕົກຢູ່ໃນສະພາບໂດດດ່ຽວ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ Mohammad Javad Zarif (ພາບ: Press TV)

ວັນທີ 27 ພຶດສະພາ, ກ່າວຄຳເຫັນທີ່ກອງປະຊຸມກັບສະມາຊິກລັດຖະສະພາ ອີຣານ ບາງທ່ານ, ທ່ານລັດຖະມົນຕີການຕ່າງປະເທດ Mohammad Javad Zarif ຖືວ່າ: ມີຄວາມເຫັນດີເຫັນພ້ອມໃນປະຊາຄົມສາກົນກ່ຽວກັບເລື່ອງສະໜັບສະໜູນຂໍ້ຕົກລົງແຜນການດຳເນີນງານຮ່ວມຮອບດ້ານ (JCPOA) ຊຶ່ງລົງນາມໃນປີ 2015 ລະຫວ່າງ ອີຣານ ແລະ ກຸ່ມ P5+1 (ລວມມີ ອາເມລິກາ, ອັງກິດ, ຝະຣັ່ງ, ລັດເຊຍ, ຈີນ ແລະ ເຢຍລະມັນ). ຄຳຕັດສິນຖອນຕົວອອກຈາກຂໍ້ຕົກລົງດັ່ງກ່າວ ຂອງທ່ານປະທານາທິບໍດີ ອາເມລິກາ Donad Trump ຈະບໍ່ສົ່ງຜົນສະທ້ອນເຖິງຄວາມເຫັນດີເຫັນພ້ອມນີ້.

ຕອບກັບ

ຂ່າວ/ບົດ​ອື່ນ