ອີຣານ ກ່າວເຕືອນສືບຕໍ່ຫລຸດຜ່ອນຄຳໝັ້ນສັນຍານິວເຄຼຍ

(VOVWORLD) - ວັນທີ 30 ຕຸລາ, ທ່ານ Mahmoud Vaezi ຫົວໜ້າຫ້ອງວ່າການທຳນຽບປະທານາທິບໍດີ ອີຣານ ຖະແຫຼງວ່າ ແນ່ນອນວ່າ ອີຣານ ຈະປະຕິບັດບາດກ້າວທີ 4 ເພື່ອແນໃສ່ຫລຸດຜ່ອນຄຳໝັ້ນສັນຍານິວເຄຼຍຂອງປະເທດນີ້

 ຖ້າຫາກຄຳຮຽກຮ້ອງຂອງ ເຕເຮຣານ ບໍ່ໄດ້ຮັບການຕອບສະໜອງໃນກອງປະຊຸມເຈລະຈາກັບບັນດາສະມາຊິກໃນຂໍ້ຕົກລົງ JCPOA. ປັດຈຸບັນ, ອີຣານ ໄດ້ສ້າງຕັ້ງຄະນະກຳມະການຮັບຜິດຊອບການສ້າງແຜນການໃຫ້ແກ່ບາດກ້າວທີ 4 ນີ້.

ອີຣານ ກ່າວເຕືອນສືບຕໍ່ຫລຸດຜ່ອນຄຳໝັ້ນສັນຍານິວເຄຼຍ - ảnh 1ອີຣານ ກ່າວເຕືອນສືບຕໍ່ຫລຸດຜ່ອນຄຳໝັ້ນສັນຍານິວເຄຼຍ (ພາບ: AFP/TTXVN)

        ເດືອນ ພຶດສະພາ 2018, ທ່ານປະທານາທິບໍດີ ອາເມລິກາ Donald Trump ຖະແຫຼງວ່າ ຈະຖອນຕົວອອກຈາກແຜນການດຳເນີນງານຮ່ວມຮອບດ້ານ (JCPOA) ພຽງລຳພັງຝ່າຍດຽວ - ຂໍ້ຕົກລົງນິວເຄຼຍປະຫວັດສາດລົງນາມໃນປີ 2015 ລະຫວ່າງ ອີຣານ ແລະ 5 ປະເທດກຳມະການປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ (ຈີນ, ລັດເຊຍ, ອັງກິດ, ຝຣັ່ງ ແລະ ອາເມລິກາ) ພ້ອມກັບ ເຢຍລະມັນ - ແລະ ກັບຈັດຕັ້ງວາງບັດາມາດຕະການລົງໂທດປະເທດຕາເວັນອອກກາງນີ້. ຫລັງຈາກນັ້ນ, ອາເມລິກາ ກໍ່ໄດ້ຈັດວາງ ແລະ ເພີ່ມບັນດາມາດຕະການລົງໂທດເທື່ອລະກ້າວຕື່ມອີກ, ພິເສດແມ່ນແນໃສ່ ຕາໜ່າງການເງິນ ແລະ ຂະແໜງເສດຖະກິດຕົ້ນຕໍຂອງ ອີຣານ ແມ່ນ ສົ່ງອອກນ້ຳມັນ, ແນໃສ່ກໍ່ກຳລັງກົດດັນ ບັງຄັບມຫ້ ເຕເຮຣານ ກັບຄືນສູ່ໂຕະເຈລະຈາ.

ຕອບກັບ

ຂ່າວ/ບົດ​ອື່ນ