ອີຣານ ກຽມພ້ອມກັບຄືນສູ່ໂຕະເຈລະຈານິວເຄຼຍ

(VOVWORLD) -   ແຕ່ເດືອນ ເມສາ 2021, ອີຣານ ແລະ ກຸ່ມ P5+1 ໄດ້ດຳເນີນການເຈລະຈາຫຼາຍຄັ້ງ ຢູ່ວຽນນາ (ປະເທດ ໂອຕຣິດ) ເພື່ອແນໃສ່ຟື້ນຟູຂໍ້ຕົກລົງ JCPOA ພາຍຫຼັງທີ່ອຳນາດການປົກຄອງ ອາເມລິກາ
ອີຣານ ກຽມພ້ອມກັບຄືນສູ່ໂຕະເຈລະຈານິວເຄຼຍ - ảnh 1ທ່ານ Nasser Kanaani, ໂຄສົກກະຊວງການຕ່າງປະເທດ ອີຣານ
(ພາບ:tasnimnews)

ວັນທີ 31 ກໍລະກົດ, ທ່ານ Nasser Kanaani, ໂຄສົກກະຊວງການຕ່າງປະເທດ ອີຣານ ໄດ້ຢັ້ງຢືນວ່າ ອີຣານຍັງຄົງເດີນຕາມວິວັດການທາງການທູດທີ່ກ່ຽວຂ້ອງເຖິງໂຄງການນິວເຄຼຍຂອງປະເທດນີ້ຕາມຂໍ້ຕົກລົງບັນລຸໄດ້ໃນປີ 2015 ກັບກຸ່ມ P5+1 (ເຊິ່ງລວມມີ: ຈີນ, ຝລັ່ງ, ລັດເຊຍ, ອັງກິດ, ອາເມລິກາ ແລະ ເຢຍລະມັນ), ຫຼືຍັງເອີ້ນວ່າແຜນການເຄື່ອນໄຫວຮ່ວມຮອບດ້ານ (JCPOA). ຕາມນັ້ນແລ້ວ, ອີຣານ ໄດ້ກຽມພ້ອມເຊື່ອມຕໍ່ບັນດາການເຈລະຈາກັບຝ່າຍຕາເວັນຕົກ ເພື່ອຟື້ນຟູຂໍ້ຕົກລົງ JCPOA. ກ່າວຄຳເຫັນທີ່ການຖະແຫຼງຂ່າວຢູ່ນະຄອນຫຼວງ ເຕເຮຣານ, ໂຄສົກຂອງກະຊວງການຕ່າງປະເທດ ອີຣານ ກໍ່ໄດ້ຊີ້ແຈ້ງເລື່ອງເຈລະຈາບໍ່ອີງໃສ່ພື້ນຖານຄວາມໄວ້ເນື້ອເຊື່ອໃຈກັບອຳນາດການປົກຄອງ ອາເມລິກາ, ເນັ້ນໜັກວ່າ ເຕເຮຣານ ຍາມໃດກໍ່ມີຂໍ້ຈຳກັດກ່ຽວກັບດ້ານຜົນປະໂຫຍດແຫ່ງຊາດຂອງຕົນ.

        ແຕ່ເດືອນ ເມສາ 2021, ອີຣານ ແລະ ກຸ່ມ P5+1 ໄດ້ດຳເນີນການເຈລະຈາຫຼາຍຄັ້ງ ຢູ່ວຽນນາ (ປະເທດ ໂອຕຣິດ) ເພື່ອແນໃສ່ຟື້ນຟູຂໍ້ຕົກລົງ JCPOA ພາຍຫຼັງທີ່ອຳນາດການປົກຄອງ ອາເມລິກາ ໄດ້ຖອນຕົວອອກຈາກຂໍ້ຕົກລົງພຽງລຳພັງຝ່າຍດຽວໃນປີ 2018. ແຕ່ເຖິງຢ່າງໃດກໍ່ຕາມ, ຍ້ອນຄວາມບໍ່ລົງລອຍກັນທີ່ໃຫຍ່ຫຼວງ, ເປັນຕົ້ນແມ່ນລະຫວ່າງ ອີຣານ ແລະ ອາເມລິກາ ທີ່ກ່ຽວຂ້ອງເຖິງການຍົກເລິກຄຳສັ່ງລົງໂທດສາກົນຕ້ານ ເຕເຮຣານນັ້ນ, ວິວັດການເຈລະຈາຖືກໂຈະໄວ້ແຕ່ເດືອນ ສິງຫາ 2022 ແລະ ມາຮອດປະຈຸບັນ ບັນດາຝ່າຍຍັງບໍ່ທັນເປັນເອກະພາບຈຸດເວລາເຊື່ອມຕໍ່ການເຈລະຈາໄດ້ເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ