ອີ​ຣານ ຈັດ​ສົ່ງ​ຄະ​ນະ​ໄປ​ ໂອ​ຕາ​ລິດ ເພື່ອ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ຟື້ນ​ຟູ​ຂໍ້​ຕົກ​ລົງ​ນິວ​ເຄຼຍ

(VOVWORLD) -ໃນຮອບເຈລະຈາຄັ້ງນີ້, ໃນວາລະປຶກສາຫາລືຕ່າງໆ ຈະສຸມໃສ່ແນວຄວາມຄິດເຊິ່ງບັນດາຝ່າຍໄດ້ສະເໜີມາ. ອີຣານ ກໍຫວັງວ່າ ບັນດາຝ່າຍຈະແກ້ໄຂສະພາບການ “ດ້ວຍການຍົກອອກຂໍ້ຕົກລົງທີ່ຈຳເປັນ, ເຂັ້ມງວດ ແລະ ສຸມໃສ່ບັນດາບັນຫາທີ່ຍັງຄົງຄ້າງ”.
ອີ​ຣານ ຈັດ​ສົ່ງ​ຄະ​ນະ​ໄປ​ ໂອ​ຕາ​ລິດ ເພື່ອ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ຟື້ນ​ຟູ​ຂໍ້​ຕົກ​ລົງ​ນິວ​ເຄຼຍ - ảnh 1ທ່ານຫົວໜ້າຄະນະຜູ້ແທນ ອີຣານ Ali Bagheri ຢູ່ ໂອຕາລິດ (ພາບ: Reuters)

ວັນທີ 3 ສິງຫາ, ອີຣານ ແຈ້ງໃຫ້ຊາບວ່າ ຈະຈັດສົ່ງຄະນະຜູ້ແທນໄປນະຄອນຫຼວງ ວຽນ, ປະເທດ ໂອຕາລິດ ເພື່ອເຊື່ອມຕໍ່ຄືນການເຈລະຈາ ແນໃສ່ກອບກູ້ຂໍ້ຕົກລົງນິວເຄຼຍ ເຊິ່ງມີຊື່ວ່າ ແຜນການເຄື່ອນໄຫວຮ່ວມຮອບດ້ານ (JCPOA) ທີ່ໄດ້ລົງນາມເມື່ອປີ 2005.

        ເມື່ອແລກປ່ຽນກັບວົງການນັກຂ່າວ, ທ່ານ Nasser Kanani ໂຄສົກກະຊວງການຕ່າງປະເທດ ອີຣານ ໃຫ້ຮູ້ວ່າ ນີ້ແມ່ນສ່ວນໜຶ່ງຂອງຄວາມມານະພະຍາຍາມຊຸກຍູ້ການລົບລ້າງບັນດາມາດຕະການລົງໂທດແນໃສ່ ເຕເຮຣານ.

        ກໍຕາມທ່ານ Kanani ແລ້ວ, ໃນຮອບເຈລະຈາຄັ້ງນີ້, ໃນວາລະປຶກສາຫາລືຕ່າງໆ ຈະສຸມໃສ່ແນວຄວາມຄິດເຊິ່ງບັນດາຝ່າຍໄດ້ສະເໜີມາ. ອີຣານ ກໍຫວັງວ່າ ບັນດາຝ່າຍຈະແກ້ໄຂສະພາບການ “ດ້ວຍການຍົກອອກຂໍ້ຕົກລົງທີ່ຈຳເປັນ, ເຂັ້ມງວດ ແລະ ສຸມໃສ່ບັນດາບັນຫາທີ່ຍັງຄົງຄ້າງ”.

ຕອບກັບ

ຂ່າວ/ບົດ​ອື່ນ