ອີຣານ ຈັບຕົວຜູ້ຖືກສົງໃສ ຈຳນວນ11 ຄົນໃນເຫດວາງລະເບີດຢ່າງນອງເລືອດ

(VOVWORLD) -ອົງການກໍ່ການຮ້າຍ “ລັດອິດສະລາມ” IS ຍອບຮັບວ່າ ໄດ້ກໍ່ໃຫ້ເກີດເຫດບຸກໂຈມຕີ ຢູ່ Kerman, ທາງທິດຕາເວັນອອກສ່ຽງໃຕ້ ຂອງ ອີຣານ.
ອີຣານ ຈັບຕົວຜູ້ຖືກສົງໃສ ຈຳນວນ11 ຄົນໃນເຫດວາງລະເບີດຢ່າງນອງເລືອດ - ảnh 1ປະທານາທິບໍດີ ອີຣານ Ebrahim Raisi ກ່າວຄຳເຫັນທີ່ງານສົບບັນດາຜູ້ຖືກເຄາະຮ້າຍໃນເຫດບຸກໂຈມຕີ ຢູ່ Kerman, ອີຣານ ໃນວັນທີ 5 ມັງກອນປີ 2024. ພາບ:WANA

ວັນທີ 5 ມັງກອນ, ເຈົ້າຫນ້າທີ່ ອີຣານ ໃຫ້ຮູ້ວ່າ: ກຳລັງປ້ອງກັນຄວາມສະຫງົບປະເທດນີ້ ໄດ້ຈັບຕົວຜູ້ຖືກສົງໃສ ຈຳນວນ 11 ຄົນທີ່ກ່ຽວຂ້ອງເຖິງເຫດວາງລະເບີດ 2 ຄັ້ງໃນວັນທີ 3 ມັງກອນ ທີ່ພິທີອາໄລຫາຜູ້ບັນຊາການສູງສຸດຂອງກຳລັງທະຫານພິທັກປະຕິວັດອິດສະລາມ ອີຣານ(IRGC) Qassem Soleimani ຢູ່ສຸສານຂອງ ນະຄອນ Kerman.

ອົງການກໍ່ການຮ້າຍ “ລັດອິດສະລາມ” IS ຍອບຮັບວ່າ ໄດ້ກໍ່ໃຫ້ເກີດເຫດບຸກໂຈມຕີ ຢູ່ Kerman, ທາງທິດຕາເວັນອອກສ່ຽງໃຕ້ ຂອງ ອີຣານ.

ລັດຖະບານ ອີຣານ ໄດ້ປະກາດວ່າ ວັນທີ 4 ມັງກອນແມ່ນວັນທົ່ວປະເທດໄວ້ອາໄລບັນດາຜູ້ຖືກເສຍຊີວິດຍ້ອນສອງເຫດການລະເບີດດັ່ງກ່າວທີ່ໄດ້ເຮັດໃຫ້ 89 ຄົນເສຍຊີວິດ, ໃນນັ້ນ ມີແມ່ຍິງ ແລະ ເດັກນ້ອຍຫລາຍຄົນ ແລະສ່ວນຫລາຍແມ່ນພົນລະເມືອງ ອາບການິສະຖານ.

ຕອບກັບ

ຂ່າວ/ບົດ​ອື່ນ