ອີ​ຣານ ຈັບ​ຕົວ​ຜູ້​ຖືກ​ສົງ​ໄສ 32 ຄົນ ພາຍຫຼັງ​ເຫດ​ກໍ່​ການ​ຮ້າຍ

(VOVWORLD) -  ກຳລັງຄວາມໝັ້ນຄົງປະເທດນີ້ ໄດ້ຈັບຜູ້ຖືກສົງໄສ 32 ຄົນ ທີ່ສົງໄສວ່າມີຄວາມກ່ຽວຂ້ອງເຖິງການກໍ່ການຮ້າຍຢ່າງນອງເລືອດ ທີ່ເກີດຂຶ້ນໃນວັນທີ 3 ມັງກອນ ຢູ່ແຂວງ Kerman ເຮັດໃຫ້ມີຜູ້ເສຍຊີວິດ ແລະ ໄດ້ຮັບບາດເຈັບ 360 ກວ່າຄົນ.
ອີ​ຣານ ຈັບ​ຕົວ​ຜູ້​ຖືກ​ສົງ​ໄສ 32 ຄົນ ພາຍຫຼັງ​ເຫດ​ກໍ່​ການ​ຮ້າຍ - ảnh 1ການລະເບີດເກີດຂຶ້ນໃນວັນທີ 3 ມັງກອນ ຢູ່ ນະຄອນ Kerman, ອີຣານ  (ພາບ: AA/TTXVN)

ວັນທີ 7 ມັງກອນ, ສື່ມວນຊົນ ອີຣານ ໃຫ້ຮູ້ວ່າ ກຳລັງຄວາມໝັ້ນຄົງປະເທດນີ້ ໄດ້ຈັບຜູ້ຖືກສົງໄສ 32 ຄົນ ທີ່ສົງໄສວ່າມີຄວາມກ່ຽວຂ້ອງເຖິງການກໍ່ການຮ້າຍຢ່າງນອງເລືອດ ທີ່ເກີດຂຶ້ນໃນວັນທີ 3 ມັງກອນ ຢູ່ແຂວງ Kerman ເຮັດໃຫ້ມີຜູ້ເສຍຊີວິດ ແລະ ໄດ້ຮັບບາດເຈັບ 360 ກວ່າຄົນ. ການຈັບຕົວຜູ້ຖືກສົງໄສດຳເນີນຢູ່ແຂວງ Kerman ຕາມຄຳສັ່ງຂອງຫົວໜ້າໄອຍະການຂອງແຂວງນີ້. ເຖິງຢ່າງໃດກໍຕາມ, ແຫຼ່ງຂ່າວດັ່ງກ່າວກໍ່ບໍ່ເຜີຍໃຫ້ຮູ້ຊື່ ກໍຄື ສັນຊາດຂອງບຸກຄົນດັ່ງກ່າວ, ຮູ້ພຽງແຕ່ວ່າ ບຸກຄົນເຫຼົ່ານັ້ນ ພວມຖືກໄຕ່ສວນຮັບໃຊ້ວຽກງານການສືບສວນ.

ເຫດບຸກໂຈມຕີຢູ່ ອີຣານ ໄດ້ເຮັດໃຫ້ສະພາບຄວາມໝັ້ນຄົງລວມຢູ່ພາກພື້ນຕາເວັນອອກກາງ ສັບສົນຂຶ້ນຕື່ມ ໃນຂະນະທີ່ສະພາບການປະທະກັນຢູ່ເຂດ ກາຊາ ຍັງບໍ່ທັນມີສັນຍາສິ້ນສຸດລົງໃນໄວໆນີ້ເທື່ອ.

ນັກຂ່າວ VOV ປະຈຳ ອີຢິບ

ຕອບກັບ

ຂ່າວ/ບົດ​ອື່ນ