ອີຣານ ຈະຕ້ານທຸກການນາບຂູ່ຂອງ ອິດສະຣາແອນ ແລະ ຝ່າຍຕາເວັນຕົກ

ອີຣານ ຈະຕ້ານທຸກການນາບຂູ່ຂອງ ອິດສະຣາແອນ ແລະ ຝ່າຍຕາເວັນຕົກ - ảnh 1
( ພາບປະກອບ )

( vovworld ) - ​ວັນ​ທີ 28/2, ລັດຖະມົນຕີ​ກະຊວງ​ປ້ອງ​ກັນປະ​ເທດ​ອີຣານ, ທ່ານ​ນາຍ​ພົນ Ahmad Vahidi ​ໄດ້​ເວົ້າ​ວ່າ, ອີຣານ ຈະຕ້ານທຸກ​ການ​ນາບ​ຂູ່​ຂອງອິສະຣາ​ແອນ ​ແລະ ຝ່າຍ​ຕາ​ເວັນ​ຕົກ. ຍຸດ​ທະ​ສາດ​ຂອງ​ອີຣານ ​ແມ່ນ​ສະ​ແດງ​ປະຕິກິລິຍາ​ຢ່າງ​ຮ້າຍແຮງ​ກ່ຽວກັບທຸກໆ​​ການກະທຳ​ກໍ່​ເລື່ອງກັບ​ອີຣານ. ​ໃນ​ຈຸດ​ເວລາ​ທີ່​ເໝາະສົມ, ອີຣານ ຈະ​ຍົກ​ອອກ​ບັນດາ​ປະຕິກິລິຍາ​ທີ່​ແທ​ດ​ເໝາະ​ກັບບັນດາການ​ນາບ​ຂູ່ ​ແລະ ສິ່ງ​ດັ່ງ​ກ່າວ​ຈະ​​ເຮັດ​ໃຫ້​ສັດຕູ​ຂອງ​ອີຣານ ຕ້ອງ​ກິນ​ແໜງຍ້ອນການ​ກະທຳ​ຂອງ​ຕົນ. ຄຳຖະ​ແຫຼ​ງຂອງ​ທ່ານ Vahidi ​ຖືກ​ຍົກ​ອອກ​ມາ​ພາຍຫຼັງ 1 ມື້ ກ່ອນ​ທີ່​ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນປະ​ເທດອິສະຣາ​ແອນ Ehud Barak ​ໄປວໍ​ສິງ​ຕັນ ​ເພື່ອ​ປຶກສາ​ຫາລື​ກັບ​ບັນດາ​ເຈົ້າ​ໜ້າ​ທີ່ອາ​ເມ​ລິ​ກາ ກ່ຽວ​ກັບ​​ໂຄງການ​ນິວ​ເຄຼີຍຂອງ​ອີຣານ.

  ປະຈຸ​ບັນ, ບັນດາ​ການ​ເສີມ​ທາດອູຣານີຂອງ​ອີຣານ ​ເຮັດ​ໃຫ້​ຝ່າຍ​ຕາ​ເວັນ​ຕົກ​ມີ​ຄວາມ​ວິຕົກ​ກັງວົນ​ວ່າ ອີຣານ ພວມ​ພະຍາຍາມ​ຜະລິດ​ອາວຸດນິວ​ເຄຼີຍ. ​ເຖິງ​​ແມ່ນວ່າ, ອີຣານ​ ໄດ້​ຢືນຢັນ​ວ່າ, ​ໂຄງການ​ນິວ​ເຄຼີຍຂອງ​ຕົນ​ແມ່ນ​ເພື່ອ​​ເປົ້າ​ໝາຍ​ສັນຕິພາບ​ ແລະ ອິສະຣານ​ແອນ ​ໄດ້ນາບ​ຂູ່​ວ່າຈະ​ດຳ​ເນີນ​ບັນດາ​ບັ້ນ​ຮົບດ້ານ​ການ​ທະຫານ​ແນ​ໃສ່​ຮາກ​ຖານ​ນິວ​ເຄຼີຍຂອງ​ອີຣານ.
ຂ່າວ/ບົດ​ອື່ນ