ອີ​ຣານ ຈະ​ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ຂອງ IAEA ຄັ້ງ​ຈະ​ມາ​ເຖິງ

(VOVWORLD) -ບັນດາບັນຫາທັງໝົດ ລະຫວ່າງ ອີຣານ ແລະ IAEA ແມ່ນກ່ຽວຂ້ອງເຖິງດ້ານເຕັກນິກ ຫາກບໍ່ມີລັກສະນະການເມືອງ. ສອງຝ່າຍເຫັນດີຈະເຂົ້າຮ່ວມກອງປະຊຸມຄັ້ງຕໍ່ໄປຂອງ IAEA ຢູ່ ວຽນ, ປະເທດໂອຕາລິດ ແລະ ຈະສືບຕໍ່ເຈລະຈາຢູ່ນອກກອງປະຊຸມດັ່ງກ່າວ.


ອີ​ຣານ ຈະ​ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ຂອງ IAEA ຄັ້ງ​ຈະ​ມາ​ເຖິງ - ảnh 1ທ່ານ Mohammad Eslami ຜູ້ອຳນວຍການອົງການພະລັງງານປະລະມານູ ອີຣານ (ເບື້ອງຂວາ) ກັບ ທ່ານຜູ້ອຳນວຍການໃຫຍ່ IAEA Rafael Grossi (ເບື້ອງຊ້າຍ) ທີ່ການຖະແຫຼງຂ່າວ ໃນວັນທີ 12 ກັນຍາ (ພາບ: AFP/TTXVN)

ກ່າວຄຳເຫັນພາຍຫຼັງການພົບປະກັບທ່ານຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມານູູສາກົນ (IAEA) ໃນວັນທີ 12 ກັນຍາ, ທ່ານຜູ້ອຳນວຍການອົງການພະລັງງານປະລະມານູ ອີຣານ (AEOI) Mohammad Eslami ຢັ້ງຢືນວ່າ ປະເທດນີ້ຈະເຂົ້າຮ່ວມກອງປະຊຸມຄັ້ງຈະມາເຖິງຂອງ IAEA.

        ສຳນັກຂ່າວສານທາງການ IRNA ຂອງ ອີຣານ ໃຫ້ຮູ້ວ່າ ການພົບປະລະຫວ່າງທ່ານ Mohammad Eslami ກັບ ທ່ານຜູ້ອຳນວຍການໃຫຍ່ IAEA Rafael Grossi ຢູ່ ເຕເຮຣານ ຖືກດຳເນີນໄປດ້ວຍດີ ແລະ ມີລັກສະນະສ້າງສັນ. ອີຣານ ກໍເຫັນດີເພື່ອໃຫ້ນັກກວດກາ IAEA ສຳຜັດ ແລະ ນຳໃຊ້ບັນດາເຄື່ອງອຸປະກອນຕິດຕາມກວດກາຢູ່ຮາກຖານນິວເຄຼຍແຫ່ງຕ່າງໆຂອງປະເທດນີ້.

        ຜູ້ຕາງໜ້າຂອງ ອີຣານ ກໍຢັ້ງຢືນວ່າ ບັນດາບັນຫາທັງໝົດ ລະຫວ່າງ ອີຣານ ແລະ IAEA ແມ່ນກ່ຽວຂ້ອງເຖິງດ້ານເຕັກນິກ ຫາກບໍ່ມີລັກສະນະການເມືອງ. ສອງຝ່າຍເຫັນດີຈະເຂົ້າຮ່ວມກອງປະຊຸມຄັ້ງຕໍ່ໄປຂອງ IAEA ຢູ່ ວຽນ, ປະເທດໂອຕາລິດ ແລະ ຈະສືບຕໍ່ເຈລະຈາຢູ່ນອກກອງປະຊຸມດັ່ງກ່າວ.

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ