ອີ​ຣານ ຈະ​ເສີມ​ທາດ​ອູ​ຣາ​ນຽມ ນັບ​ທັງ​ພາຍຫຼັງ​ເວ​ລາບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ນິວ​ເຄຼຍ

(VOVWORLD) - ທ່ານ Mohammad Eslami ໃຫ້ຮູ້ວ່າ    ອີຣານ ຈະສືບຕໍ່ເສີມທາດອູຣານຽມ ດ້ວຍລະດັບສູງສຸດແມ່ນ 60% ແລະ ປະເທດນີ້ຈະຮັກສາການເສີມທາດອູຣານຽມ ຂຶ້ນລະດັບ 5% ແລະ 20%.
ອີ​ຣານ ຈະ​ເສີມ​ທາດ​ອູ​ຣາ​ນຽມ ນັບ​ທັງ​ພາຍຫຼັງ​ເວ​ລາບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ນິວ​ເຄຼຍ - ảnh 1

 ຮາກຖານນິວເຄຼຍ Natanz ທາງພາກກາງອີຣານ (ພາບ: IRNA/TTXVN)

   ອີຣານ ຈະສືບຕໍ່ເສີມທາດອູຣານີ ນັບທັງພາຍຫຼັງເວລາຂໍ້ຕົກລົງນິວເຄຼຍທີ່ລົງນາມເມື່ອປີ 2015 ໄດ້ຟື້ນຟູ ແລະ ບັນດາຄຳສັ່ງລົງໂທດ ແນໃສ່ປະເທດນີ້ ໄດ້ຍົກເລີກ. ນີ້ແມ່ນຄຳຖະແຫຼງທີ່ທ່ານ Mohammad Eslami ຜູ້ນຳໜ້າອົງການພະລັງງານປະລະມານູອີຣານ ຍົກອອກມາເມື່ອວັນທີ 25 ກຸມພາ. ທ່ານ Mohammad Eslami ໃຫ້ຮູ້ວ່າ    ອີຣານ ຈະສືບຕໍ່ເສີມທາດອູຣານຽມ ດ້ວຍລະດັບສູງສຸດແມ່ນ 60% ແລະ ປະເທດນີ້ຈະຮັກສາການເສີມທາດອູຣານຽມ ຂຶ້ນລະດັບ 5% ແລະ 20% ເຖິງວ່າບັນດາປະເທດ ໄດ້ຍົກເລີກຄຳສັ່ງລົງໂທດ ແນໃສ່ປະເທດອິດສະລາມນີ້ກໍ່ຕາມ.

   ຂໍ້ຕົກລົງທີ່ມີຊື່ວ່າ ແຜນການດຳເນີນງານລວມຮອບດ້ານ (JCPOA) ໂດຍ ອີຣານ ແລະ ກຸ່ມ P5+1 ລວມມີ: ອັງກິດ, ຝະລັ່ງ, ອາເມລິກາ, ລັດເຊຍ, ຈີນ ແລະ ເຢຍລະມັນ ລົງນາມເມື່ອປີ 2015. JCPOA ໄດ້ກຳນົດວ່າ ອີຣານ ໄດ້ ເສີມທາດອູຣານຽມພຽງແຕ່ຢູ່ໃນລະດັບ  3,67%, ຕ່ຳກ່ວາລະດັບ 20% ຊື່ງ ອີຣານ ໄດ້ປະຕິບັດກ່ອນທີ່ຂໍ້ຕົກລົງໄດ້ລົງນາມ. ລະດັບ ເສີມທາດອູຣານີເພື່ອຜະລິດອາວຸດນິວເຄຼຍແມ່ນ 90%. ມາຮອດປະຈຸບັນ, ບັນດາການເຈລະຈາກ່ຽວກັບບັນຫານິວເຄຼຍຂອງ ອີຣານ ຍັງບໍ່ທັນບັນ ລຸໄດ້ຫຼາຍໝາກຜົນທີ່ຕັ້ງໜ້າເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ