ອີີ​ຣານ ຊ້ອມ​ຮົບ​ຢູ່ ທະ​ເລ ໂອ​ມານ

(VOVWORLD) -ວັນທີ 7 ພະຈິກ, ສຳນັກຂ່າວສານ ອີຣານ (IRNA) ໄດ້ໃຫ້ຂ່າວວ່າ ກອງທັບປະເທດນີ້ ໄດ້ຜັນຂະຫຍາຍບັ້ນຊ້ອມຮົບທີ່ມີຂອບຂະໜາດໃຫຍ່ຢູ່ ທະເລ ໂອມານ ແລະ ບັນດາເຂດທະເລຢູ່ອ້ອມຂ້າງ.

ອີີ​ຣານ ຊ້ອມ​ຮົບ​ຢູ່ ທະ​ເລ ໂອ​ມານ - ảnh 1ອີີຣານ ຊ້ອມຮົບຢູ່ ທະເລ ໂອມານ (ພາບ: TTXVN)

ຕາມ IRNA ແລ້ວ, ບັ້ນຊ້ອມຮົບ ນັດສາມັນ Zolfaqar – 1400 ມີບັນດາກຳລັງ ກອງທັບບົກ, ກອງທັບເຮືອ, ກອງທັບອາກາດ ແລະ ກຳລັງປ້ອງກັນອາກາດ. ພົນເຮືອເອກ Mahmoud Mousavi ໂຄສົກບັ້ນຊ້ອມຮົບ ໄດ້ເນັ້ນໜັກເຖິງສານ ເຊິ່ງ ບັ້ນຊ້ອມຮົບຢາກສົ່ງໄປຍັງບັນດາປະເທດໃນພາກພື້ນແມ່ນ “ສັນຕິພາບ ແລະ ມິດຕະພາບ ອີງໃສ່ບັນດາຄວາມສາມາດໃນພາກພື້ນ”. ທ່ານໂຄສົກໄດ້ເນັ້ນໜັກວ່າ ບັ້ນຊ້ອມຮົບລຽບຕາມເຂດຢູ່ແຄມທະເລແມ່ນເພື່ອແນໃສ່ໂອ້ອວດກຳລັງຄວາມສາມາດດ້ານການທະຫານ ແລະ ຄວາມສາມາດກຽມພ້ອມສູ້ຮົບກັບສັດຕູ.

ຕອບກັບ

ຂ່າວ/ບົດ​ອື່ນ