ອີຣານ ຍົກອອກຂໍ້ ສະເໜີນິວເຄຼຍໃໝ່ກັບ ກຸ່ມ P5+1

ອີຣານ ຍົກອອກຂໍ້ ສະເໜີນິວເຄຼຍໃໝ່ກັບ ກຸ່ມ P5+1 - ảnh 1
ຮອບເຈລະຈາລະຫວ່າງ ກຸ່ມ P5+1 ແລະ ອີຣານ
(ພາບ: Reuters)

(vovworld) – ວັນທີ 23/5, ຮອບເຈລະຈານິວເຄຼຍລະຫວ່າງ ອີຣານ ແລະ ກຸ່ມ P5+1, ເຊິ່ງລວມມີ 5 ປະເທດກຳມະການປະຈຳສະພາຄວາມໝັ້ນຄົງສະຫະປະຊາຊາດ ພ້ອມກັບ ເຢຍລະມັນ, ໄດ້ສິ້ນສຸດລົງແຕ່ບໍ່ບັນລຸໄດ້ໝາກຜົນທີ່ກະໂດດຂັ້ນໃດໆ. ໃນກອງປະຊຸມທີ່ດຳເນີນຢູ່ນະຄອນຫຼວງ ແບດແດດ ຂອງ ອີຣັກ, ອີຣານ ໄດ້ຍົກອອກຂໍ້ສະເໜີໃໝ່ເພື່ອເຮັດໃຫ້ບັນດາຝ່າຍສືບຕໍ່ດຳເນີນບັນດາຮອບເຈລະຈາຕໍ່ໄປ. ເຕເຮຣານ ໄດ້ຍົກອອກຂໍ້ສະເໜີລວມມີ 5 ຂໍ້, ໂດຍອີງໃສ່ບັນດາຫຼັກການເທື່ອລະກ້າວ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ. ແຕ່ເຖິງຢ່າງໃດກໍຕາມ, ສຳນັກຂ່າວສານອີຣານ ບໍ່ໃຫ້ຮູ້ລາຍລະອຽດກ່ຽວກັບບັນດາຂໍ້ສະເໜີນີ້. ກ່ອນໜ້ານັ້ນ, ກໍໃນວັນດຽວກັນ, ກຸ່ມ P5+1 ກໍໄດ້ຍົກອອກຂໍ້ສະເໜີອື່ນກັບ ອີຣານ. ຂໍ້ສະເໜີນີ້ລວມມີຂໍ້ຕົກລົງກ່ຽວກັບເລື່ອງ ອີຣານ ຈະສົ່ງ uranium ທີ່ໄດ້ເສີມແລ້ວ, ໄປຍັງຕ່າງປະເທດ ເພື່ອແລກປ່ຽນເອົາເຊື້ອໄຟໃຫ້ແກ່ເຕົານິວເຄຼຍ ຮັບໃຊ້ໃຫ້ແກ່ຈຸດປະສົງຄົ້ນຄ້ວາດ້ານການແພດ.

 

ຂ່າວ/ບົດ​ອື່ນ