ອີຣານ ຍັງບໍ່ໄດ້ເຊີນ ເຂົ້າຮ່ວມກອງປະຊຸມ Geneva II

ອີຣານ ຍັງບໍ່ໄດ້ເຊີນ ເຂົ້າຮ່ວມກອງປະຊຸມ Geneva II - ảnh 1
​ໂຄສົກ​ຂອງ ສປຊ ທ່ານ Farhan Hag
(ພາບ: wespeaknews.com)


(vovworld) - ວັນ​ທີ 6/1, ສະຫະ​ປະ​ຊາ​ຊາດ​ໄດ້ເລີ່​ມຕົ້ນຝາກ​ບັດ​ເຊີນ​ເຂົ້າຮ່ວມ​ກອງ​ປະຊຸມ​ສາກົນ​ກ່ຽວກັບ ຊີຣີ, ຄາດ​ວ່າ​ກອງ​ປະຊຸມ​ຈະ​ໄດ້​ດຳ​ເນີນ​ໄປ​ຢູ່​ປະ​ເທດ ສະ​ວິດ​ ​ໃນ​ທ້າຍ​ເດືອນ 1/2014, ຊຶ່ງ​ໄດ້​ເອີ້ນ​ວ່າ ກອງ​ປະຊຸມ Geneva II. ​ແຕ່​ວ່າ​ໃນ​ບັນຊີລາຍ​ຊື່​ບັນດາ​ປະ​ເທດ​ທີ່​ໄດ້​ຮັບ​ບັດ​ເຊີນ​ບໍ່​ມີ ອີຣານ. ​ໂຄສົກ​ຂອງ ສປຊ ທ່ານ Farhan Hag ຮັບຮູ້ວ່າ ອີຣານ ບໍ່ໄດ້​ຮັບ​ບັດ​ເຊີນ​ຄັ້ງ​ທີໜຶ່ງຈາກ​ທ່ານ​ເລຂາທິການ​ໃຫຍ່ ສປຊ Ban Ki-moon ເຂົ້າຮ່ວມ​ເຫດການ​ດັ່ງກ່າວ. ທ່ານ Hag ​ໃຫ້​ຮູ້​ວ່າ ບັນຊີລາຍ​ຊື່​ດັ່ງກ່າວ​ໂດຍ ລັດ​ເຊຍ ​ແລະ ອາເມ​ລິ​ກາ - ຊຶ່ງ​​ແມ່ນສອງ​ປະ​ເທດທີ່ອາລັກຂາມະຕິ​ຂອງ ສປຊ ກ່ຽວກັບ ຊີຣີ, ຕັດສິນ​ໃນ​ກອງ​ປະຊຸມ​ກັບບັນ​ດາ​ເຈົ້າໜ້າທີ່ ສປຊ ​ເມື່ອວັນ​ທີ 20/12 ຜ່ານ​ມາ. ຕາມ​ໂຄສົກຂອງ ສປຊ ​ແລ້ວ, ປະຈຸ​ບັນສອງ​ປະ​ເທດ​ມະຫາ​ອຳນາດ​ດັ່ງກ່າວ​ຍັງ​ບໍ່ທັນ​ບັນລຸ​ໄດ້​ຂໍ້​ຕົກລົງ​​ກ່ຽວກັບ​ບົດບາດ​ຂອງ ອີຣານ ​ໃນການ​ເຈລະຈາ, ​ແຕ່​ວ່າ ສປຊ ຫວັງ​ວ່າ​ບັນຫານີ້ຈະ​ບັນລຸ​ໄດ້ໝາກຜົນ​ໃນ​ກອງ​ປະຊຸມ​ລະຫວ່າງ ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry ​ແລະ ຄູ່​ຕຳ່ແໜ່ງ ລັດ​ເຊຍ ທ່ານ Sergey Lavrov ​ເມື່ອ​ວັນ​ທີ 13/1 ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ