ອີຣານ ຍັງມີຄວາມປະເອີບໃຈກ່ຽວກັບຄວາມສາມາດບັນລຸໄດ້ຂໍ້ຕົກລົງດ້ານນິວເຄຼຍ

(VOVWORLD) - ຍັງມີຄວາມສາມາດ ແລະ ກາລະໂອກາດເພື່ອຟຶ້ນຟູເລື່ອງປະຕິບັດ JCPOA. ທ່ານໃຫ້ຮູ້ວ່າ: ບັນດານັກປະສານງານເອີລົບ ແລະ ບັນດາຄົນກາງໄກ່ເກ່ຍ ພວມມານະພະຍາຍາມແລກປ່ຽນຂໍ້ມູນຂ່າວສານເພື່ອບັນລຸໄດ້ຂໍ້ຕົກລົງໜຶ່ງ...
ອີຣານ ຍັງມີຄວາມປະເອີບໃຈກ່ຽວກັບຄວາມສາມາດບັນລຸໄດ້ຂໍ້ຕົກລົງດ້ານນິວເຄຼຍ - ảnh 1ທ່ານໂຄສົກກະຊວງການຕ່າງປະເທດ ອີຣານ Nasser Kanani (ພາບ:AFP/TTXVN)

ອີຣານ ຍັງມີຄວາມປະເອີບໃຈກ່ຽວກັບຄວາມສາມາດບັນລຸໄດ້ຂໍ້ຕົກລົງນິວເຄຼຍກັບບັນດາປະເທດມະຫາອຳນາດໂດຍບໍ່ຫົວຊາຕໍ່ບັນດາການເຈລະຈາກ່ຽວກັບຂໍ້ຕົກລົງທີ່ມີຊື່ວ່າ “ແຜນການກະທຳຮ່ວມຮອບດ້ານ” (JCPOA) ປີ 2015 ນີ້ຍັງບໍ່ທັນສິ້ນສຸດລົງເທື່ອ. ໃນຖະແຫຼງຂ່າວປະຈຳອາທິດເມື່ອວັນທີ 3 ຕຸລາ, ທ່ານໂຄສົກກະຊວງການຕ່າງປະເທດ ອີຣານ Nasser Kanani ຢັ້ງຢືນວ່າ: ຍັງມີຄວາມສາມາດ ແລະ ກາລະໂອກາດເພື່ອຟຶ້ນຟູເລື່ອງປະຕິບັດ JCPOA. ທ່ານໃຫ້ຮູ້ວ່າ: ບັນດານັກປະສານງານເອີລົບ ແລະ ບັນດາຄົນກາງໄກ່ເກ່ຍ ພວມມານະພະຍາຍາມແລກປ່ຽນຂໍ້ມູນຂ່າວສານເພື່ອບັນລຸໄດ້ຂໍ້ຕົກລົງໜຶ່ງ, ລະອຽດແມ່ນສານລະຫວ່າງ ອີຣານ ແລະ ອາເມລິກາ. ຕາມທ່ານແລ້ວ, ຖ້າຫາກບັນດາຝ່າຍອື່ນທີ່ຍັງເຫຼືອ, ລະອຽດແມ່ນລັດຖະບານ ອາເມລິກາ ສະແດງເຈດຕະນາດີດ້ານການເມືອງ ອາດຈະບັນລຸໄດ້ຂໍ້ຕົກລົງໃນໄລຍະສັ້ນໆ.

        ເມື່ອເດືອນ ສິງຫາ, ສະຫະພາບເອີລົບ (EU) ໄດ້ຍົກອອກຮ່າງເອກະສານສະບັບສຸດທ້າຍຂອງຂໍ້ຕົກລົງ, ແຕ່ຍັງມີຫຼາຍຂໍ້ສຳຄັນທີ່ຍັງບໍ່ທັນໄດ້ຮັບຄວາມເຫັນດີເຫັນພ້ອມຈາກຝ່າຍ ເຕເຮຣານ ແລະ ວໍຊິງຕັນ ກໍ່ຄືອົງການຕິດຕາມກວດກາ ນິວເຄຼຍຂອງ ສປຊ.

 

ຕອບກັບ

ຂ່າວ/ບົດ​ອື່ນ