ອີຣານ ຍິງລູກ​ສອນ​ໄຟ​ໃສ່​ຖານ​ທີ່ໝັ້ນການ​ທະຫານ​ຂອງ ອາ​ເມ​ລິ​ກາ ຢູ່ ອີຣັກ

(VOVWORLD) - ວັນທີ 07 ມັງກອນ, ທ່ານ Jonathan Hoffman ໂຄສົກທໍານຽບ 5 ແຈ ໄດ້ຢັ້ງຢືນວ່າ ອີຣານ ໄດ້ຍິງ “ລູກສອນໄຟນໍາວິຖີນັບສິບລູກ” ໃສ່ຖານທີ່ໝັ້ນກອງທັບອາກາດ Ain Al – Asad ແລະ ຖານທີ່ໝັ້ນແຫ່ງໜຶ່ງອີກຢູ່ເຂດ Erbil ປະເທດ ອີຣັກ. ນີ້ໄດ້ຮັບຖືວ່າ ແມ່ນໜຶ່ງໃນບັນດາການກະທໍາໂຕ້ຕອບຂອງ ອີຣານ ນັບແຕ່ເມື່ອ ອາເມລິກາ ເຂັ່ນຂ້າຜູ້ບັນຊາການທະຫານຂັ້ນສູງຂອງປະເທດນີ້. 
ອີຣານ ຍິງລູກ​ສອນ​ໄຟ​ໃສ່​ຖານ​ທີ່ໝັ້ນການ​ທະຫານ​ຂອງ ອາ​ເມ​ລິ​ກາ ຢູ່ ອີຣັກ - ảnh 1 ພາບຖ່າຍລູກສອນໄຟຂອງ ອີຣານ (ພາບ: Thedrive)

        ໃນວັນດຽວກັນ, ກໍາລັງພິທັກປະຕິວັດ ອິດສະລາມ ອີຣານ ຖະແຫຼງວ່າ ໃນເຫດບຸກໂຈມຕີໃສ່ຖານທີ່ໝັ້ນຢູ່ ອີຣັກ ແມ່ນບັ້ນຮົບໂຕ້ຕອບຂອງ ອີຣານ ເພື່ອແນໃສ່ໂຕ້ຕອບ ເລື່ອງ ອາເມລິກາ ເຂັ່ນຂ້ານາຍພົນ Qasem Soleimani. ກໍາລັງພິທັກປະຕິວັດ ອິດສະລາມ ອີຣານ ກ່າວເຕືອນວ່າ ອາດຈະດໍາເນີນຫຼາຍເຫດບຸກໂຈມຕີຕື່ມອີກ ພາຍຫຼັງເຫດບຸກໂຈມຕີຍິງລູກສອນໄຟ ໃສ່ຖານທີ່ໝັ້ນກອງທັບອາກາດ Ain Al – Asad ຢູ່ ອີຣັກ, ເຊິ່ງເປັນບ່ອນນາຍທະຫານ ອາເມລິກາ ພວມປະຈໍາການຢູ່. ໃນຂະນະນັ້ນ, ກໍາລັງພິທັກປະຕິວັດ ອິດສະລາມ ອີຣານ ກໍຈະມີບັນດາເຫດບຸກໂຈມຕີໂຕ້ຕອບຢູ່ດິນແດນ ອາເມລິກາ ກໍຄືບັນດານະຄອນ Dubai ຢູ່ ສະຫະລັດ ອາຣັບ ເອມມີເລດ ແລະ Haifa ຢູ່ ອິດສະຣາແອັນ.

        ກໍໃນວັນທີ 7 ມັງກອນ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Mark Esper ຢັ້ງຢືນວ່າ ວໍຊີງຕັນ ບໍ່ຢາກກໍ່ສົງຄາມກັບ ອີຣານ ແຕ່ກໍກຽມພ້ອມເພື່ອສິ້ນສຸດສົງຄາມ.  ທ່ານ Mark Esper ເນັ້ນໜັກວ່າ:

        “ພວກຂ້າພະເຈົ້າພວມຊອກຫາມາດຕະການທາງການທູດ ແຕ່ກ່ອນອື່ນໝົດ ອີຣານ ຕ້ອງຫຼຸດຜ່ອນຄວາມເຄັ່ງຕຶງລົງ. ສິ່ງດັ່ງກ່າວ ຈະຮຽກຮ້ອງໃຫ້ ອໍານາດການປົກຄອງ ອີຣານ ຕ້ອງນັ່ງເຈລະຈາ ດ້ວຍຈຸດປະສົງສະກັດກັ້ນການນອງເລືອດ ແລະ ຮຽກຮ້ອງໃຫ້ເຂົາເຈົ້າຢຸດຕິບັນດາການກະທໍາບໍ່ດີໃນທົ່ວພາກພື້ນ. ອາເມລິກາ ຍັງຊັ່ງຊາຕໍ່ເລື່ອງ ປຶກສາຫາລືກັບ ອີຣານ, ແຕ່ກຽມພ້ອມເພື່ອຕອບໂຕ້ຢ່າງແຮງ ເພື່ອປົກປ້ອງບັນດາຜົນປະໂຫຍດຂອງຕົນ”.

        ພ້ອມກັນນັ້ນ, ຜູ້ນໍາໜ້າ ທໍານຽບ 5 ແຈ ກໍຖະແຫຼງວ່າ, ບັນດາກໍາລັງ ອາເມລິກາ ຈະບໍ່ຖອນຕົວອອກຈາກ ອີຣັກ, ໂດຍບໍ່ຫົວຊາຕໍ່ເລື່ອງ ທ້າຍອາທິດແລ້ວນີ້ ອີຣັກ ໄດ້ປ່ອນບັດ ເພື່ອຂັບໄລ່ກອງທັບ ອາເມລິກາ ອອກຈາກ ປະເທດ ຕາເວັນອອກກາງນີ້.

ຟ້າມຮວນ - ນັກຂ່າວ VOV ປະຈໍາ ອາເມລິກາ


 

ຕອບກັບ

ຂ່າວ/ບົດ​ອື່ນ