ອີ​ຣານ ຍັງ​ສະ​ແດງ​ເຈດ​ຕະ​ນາ​ດີ​ຢາກ​ຮັກ​ສາ​ການ​ຮ່ວມ​ມື​ກັບ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

(VOVWORLD) -ໂດຍເປັນສະມາຊິກທີ່ມີຄວາມຮັບຜິດຊອບ ຂອງ IAEA ແລະ ສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ ແລະ ແມ່ນປະເທດທີ່ມີກຳລັງຄວາມສາມາດ, ມີຄວາມຮູ້ ແລະ ເຕັກໂນໂລຢີດ້ານນິວເຄຼຍ, ອີຣານ ຍາມໃດກໍຮ່ວມມືກັບ ອົງການ IAEA ຢ່າງເຂັ້ມງວດ ແລະ ມີປະສິດທິຜົນ ແລະ ແນ່ນອນວ່າ ຈະຮັກສາການຮ່ວມມືນີ້ໄວ້.
ອີ​ຣານ ຍັງ​ສະ​ແດງ​ເຈດ​ຕະ​ນາ​ດີ​ຢາກ​ຮັກ​ສາ​ການ​ຮ່ວມ​ມື​ກັບ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ - ảnh 1ຮາກຖານເສີມທາດ ຢູລານຽມ ຢູ່ ອີຣານ (ພາບ: AP)

ເຕເຮຣານ ຈະຮັກສາການຮ່ວມມືກັບອົງການພະລັງງານປະລະມານູສາກົນ (IAEA) ໃນບັນດາບັນຫາທີ່ກ່ຽວຂ້ອງເຖິງການຟື້ນຟູແຜນການດຳເນີນງານຮ່ວມຮອບດ້ານ (JCPOA) ທີ່ໄດ້ເຊັນເມື່ອເດືອນກໍລະກົດ 2015 ລະຫວ່າງ ອີຣານ ກັບ ກຸ່ມ P5+1 ລວມມີ ຈີນ, ຝລັ່ງ, ລັດເຊຍ, ອັງກິດ, ອາເມລິກາ, ເຢຍລະມັນ). ນີ້ແມ່ນຄຳຢັ້ງຢືນຂອງທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ອີຣານ Ali Baqueri ໃນບົດກ່າວປາໄສໃນວັນທີ 3 ມັງກອນ ຢູ່ ເຕເຮຣານ.

        ທ່ານ Ali Baqueri ເນັ້ນໜັກວ່າ ໂດຍເປັນສະມາຊິກທີ່ມີຄວາມຮັບຜິດຊອບ ຂອງ IAEA ແລະ ສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ ແລະ ແມ່ນປະເທດທີ່ມີກຳລັງຄວາມສາມາດ, ມີຄວາມຮູ້ ແລະ ເຕັກໂນໂລຢີດ້ານນິວເຄຼຍ, ອີຣານ ຍາມໃດກໍຮ່ວມມືກັບ ອົງການ IAEA ຢ່າງເຂັ້ມງວດ ແລະ ມີປະສິດທິຜົນ ແລະ ແນ່ນອນວ່າ ຈະຮັກສາການຮ່ວມມືນີ້ໄວ້.

        ນັກການທູດ ອີຣານ ກໍຕຳໜິຕິຕຽນ ອາເມລິກາ ກ່ຽວກັບການປ່ຽນຫຼັກໝັ້ນກ່ຽວກັບ JCPOA, ພ້ອມທັງຢັ້ງຢືນວ່າ ບັນດາການເຈລະຈາເພື່ອແນໃສ່ຟື້ນຟູຂໍ້ຕົກລົງນິວເຄຼຍນັ້ນ ແມ່ນຂັ້ນຕອນທີ່ຕໍ່ເນື່ອງ, ພວມສືບຕໍ່ດຳເນີນ. ວິທີການອາດຈະມີການປ່ຽນແປງ, ແຕ່ຂັ້ນຕອນຍັງຄົງສືບຕໍ່ດຳເນີນ.

ຕອບກັບ

ຂ່າວ/ບົດ​ອື່ນ