ອີຣານ ດຳເນີນຮອບເຈລະຈາ ໃໝ່ຄັ້ງຕ່າງໆ ກັບ IAEA ແລະ EU

ອີຣານ ດຳເນີນຮອບເຈລະຈາ ໃໝ່ຄັ້ງຕ່າງໆ ກັບ IAEA ແລະ EU - ảnh 1
ພາບປະກອບ
(ຈາກ : Acus.org)

(vovworld) - ວັນ​ທີ 15/5, ອີ​ຮານ ​ໄດ້​ເລີ່​ມຕົ້ນ​ຮອບ​ເຈລະຈາ​ໃໝ່​ຄັ້ງ​ຕ່າງໆ ທີ່​ກ່ຽວຂ້ອງ​ເຖິງ​ໂຄງການ​ນິວ​ເຄຼຍທີ່​ກໍ່​ຄວາມ​​ໂຕ້​ຖຽນກັນ​ຂອງ​ປະ​ເທດ​ນີ້ ກັບ​ອົງການ​ພະລັງງານ​ປະລະມານູ​ສາກົນ (IAEA) ​ແລະ ສະຫະພາບ ​ເອີ​ລົບ (EU). ຮອບ​ເຈລະຈາ​ລະຫວ່າງ ອີຣານ ​ແລະ IAEA ຈະ​ຈັດ​ຂຶ້ນ​ຢູ່ Vienna, ປະ​ເທດ ​ໂອ​ຕຣິດ ​ເພື່ອ​ພິຈາລະນາ​ກ່ຽວ​ກັບ​ສຳ​ເນົາ​ເອກະສານ​ນິວ​ເຄຼຍຂອງ ອີຣານ ​ເພື່ອ​ແນ​ໃສ່​ສ້າງ​ສຳ​ເລັດ​ກົນ​ໄກ​ກວດກາ​ທີ່​ມີ​ຕໍ່​ໂຄງການ​ນິວ​ເຄຼຍທີ່​ກໍ່​ຄວາມ​ໂຕ້​ຖຽງ​ກັນ​ຂອງ​ປະ​ເທດ​ນີ້, ກ່ອນ​ທີ່ IAEA ປະກາດ​ບົດ​ລາຍ​ງານ​ປະຈຳ​ໄຕ​ມາດ​ໃນ​ທ້າຍ​ເດືອນ 5. IAEA ຖື​ວ່າ​ມີ “ພະຍານ​ຫຼັກ​ຖານ​ຮອບດ້ານ ​ແລະ ​​ເປັນໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ” ວ່າ​ກ່ອນ​ປີ 2003, ບັນດາ​ນັກວິທະຍາສາດ ອີຣານ ​ໄດ້​ຄົ້ນ​ຄ້ວາ​ເພື່ອ​ພັດທະນາ​ລະ​ເບີດ​ນິວ​ເຄຼຍ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ອີຣານ ຢືນຢັນ​ວ່າ: ນີ້​ພຽງ​ແຕ່​ແມ່ນບັນດາ​​ຂ່າວ​​ປອມ​ຂອງ​ອົງການ​ສືບລາຊະການ​ລັບ ອາ​ເມ​ລິ​ກາ ​ແລະ ອິດສະຣາ​ແອນ ​ເທົ່າ​ນັ້ນ. ການ​ເຈລະ​ຈາ 9 ຄັ້ງ​ລະຫວ່າງ 2 ຝ່າຍ​ນັບ​ແຕ່​ເມື່ອ IAEA ປະກາດ​ບົດ​ລາຍ​ງານ​​ສຳຄັນ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍຂອງ ອີຣານ ​ເມື່ອ​ເດືອນ 11/2011, ລ້ວນ​ແຕ່ສິ້ນ​ສຸດ​​ແຕ່​ບໍ່​ໄດ້​ຮັບ​ຜົນ.

ຂ່າວ/ບົດ​ອື່ນ