ອ​ີ​ຣານ ຕີ​ລາ​ຄາ ຢ່າງ​ຕັ້ງ​ໜ້າ​ກ່ຽວ​ກັ​ບ​ແງ່​ຫວັງ​ຂອງ​ການ​ເຈ​ລະ​ຈາ​ດ້ານ​ນິວ​ເຄຼຍຮອບ​ຕໍ່​ໄປ

(VOVWORLD) -ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ Abdollahian ໃຫ້ຮູ້ວ່າ ການເຈລະຈາຮອບໃໝ່ຈະສືບຕໍ່ສຸມໃສ່ປຶກສາຫາລືເອກະສານສະບັບໃໝ່ນີ້ ແລະ ບໍ່ປຶກສາຫາລືກ່ຽວກັບເອກະສານສະບັບທີ່ບັນລຸໄດ້ໃນເດືອນມິຖຸນາ.
ອ​ີ​ຣານ ຕີ​ລາ​ຄາ ຢ່າງ​ຕັ້ງ​ໜ້າ​ກ່ຽວ​ກັ​ບ​ແງ່​ຫວັງ​ຂອງ​ການ​ເຈ​ລະ​ຈາ​ດ້ານ​ນິວ​ເຄຼຍຮອບ​ຕໍ່​ໄປ - ảnh 1ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອີຣານ Hossein Amir Abdollahian
(ພາບ: AFP/ TTXVN)

ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອີຣານ Hossein Amir Abdollahian ໄດ້ປະກາດວ່າ ການເຈຈະລາຮອບທີ 8 ລະຫວ່າງ ອີຣານກັບ ບັນດາຝ່າຍທີ່ຍັງເຫຼືອໃນຂໍ້ຕົກລົງນິວເຄຼຍແຜນການເຄື່ອນໄຫວຮວມຮອບດ້ານ (JCPOA)ຄາດວ່າ ຈະດຳເນີນຢູ່ວຽນນາ (ປະເທດໂອຕາລິດ)ໃນວັນທີ 27 ທັນວາ (ຕາມເວລາທ້ອງຖິ່ນ) ຈະປຶກສາຫາລື ເອກະສານສະບັບໃໝ່ ແລະ ເປັນເອກະພາບ. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ Abdollahian ໃຫ້ຮູ້ວ່າ ການເຈລະຈາຮອບໃໝ່ຈະສືບຕໍ່ສຸມໃສ່ປຶກສາຫາລືເອກະສານສະບັບໃໝ່ນີ້ ແລະ ບໍ່ປຶກສາຫາລືກ່ຽວກັບເອກະສານສະບັບທີ່ບັນລຸໄດ້ໃນເດືອນມິຖຸນາ. ເອກະສານສະບັບໃໝ່ນີ້ ໄດ້ເຕື້ອງເຖິງການຍົກເລີກບັນດາມາດຕະການລົງໂທດຕໍ່ອີຣານ ແລະ ບັນຫານິວເຄຼຍ ທີ່ ບັນລຸໄດ້ໃນການເຈລະຈາຮອບກ່ອນນັ້ນ ລະຫວ່າງ ອີຣານ ແລະ ກຸ່ມ P4+1 (ອັງກິດ,  ຝລັ່ງ, ລັດເຊຍ, ຈີນ ແລະ ເຢຍລະມັນ).

ແລະກໍ່ໃນວັນດຽວກັນ, ທ່ານ Saeed Khatibzadeh ໂຄສົກກະຊວງການຕ່າງປະເທດ ອີຣານ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍເຂົ້າຮ່ວມການເຈລະຈາດ້ານນິວເຄຼຍຄັ້ງທີ 8 ຢູ່ວຽນນາ ດ້ວຍຄວາມຕັດສິນບັນລຸໄດ້ຂໍ້ຕົກລົງທີ່ດີ”. ກ່າວຄຳເຫັນທີ່ການຖະແຫຼງຂ່າວປະຈຳເດືອນ, ທ່ານ Khatibzadeh ໃຫ້ຮູ້ວ່າ ອີຣານ ຈະບໍ່ຍອມຮັບ ບັນດາຂໍ້ສະເໜີທີ່ບໍ່ມີໃນ JCPOA ແລະ ຈະສືບຕໍ່ເດີນຕາມບັນດາຜົນປະໂຫຍດຂອງເຕຮາຣານ ທີ່ກ່ຽວຂ້ອງຂໍ້ຕົກລົງ.

ຕອບກັບ

ຂ່າວ/ບົດ​ອື່ນ